ປະຊາຊົນລາວ ໃນທົ່ວປະເທດຕ້ອນຮັບບຸນປີໃໝ່ໃນທ່າມກາງບັນຍາກາດເບີກບານມ່ວນຊື່ນດ້ວຍຄວາມຫວັງໃໝ່ຫຼາຍຢ່າງ. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ຖືວ່າ, ສະພາບການເມືອງ, ເສດຖະກິດ, ສັງຄົມຂອງລາວ ນັບມື້ນັບເປັນປົກກະຕິ ແລະພັດທະນາຕາມທິດຍືນຍົງ ແລະຮຽກຮ້ອງປະຊາຊົນລາວ ບັນດາເຜົ່າສືບຕໍ່ສາມັກຄີ ແລະເສີມຂະຫຍາຍຈິດໃຈຊົນຊາດ, ມຸ່ງໄປເຖິງການສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ວັດທະນາຖາວອນ. ຍອດຜະລິດຕະພັນພາຍໃນ  (GDP) ຂອງລາວ ປີ 2018 ເຕີບໂຕໃນລະດັບ 6,5%, ເຊິ່ງແມ່ນລະດັບສູງໃນພາກພື້ນ ແລະລັດຖະບານລາວ ວາງເປົ້າໝາຍເຕີບໂຕ GDP ໃນປີ 2019 ແມ່ນ 6,7%, ລາຍຮັບສະເລ່ຍຕໍ່ຫົວຄົນແມ່ນ 2.726 ໂດລາສະຫະລັດ ດ້ວຍເລື່ອງສຸມໃສ່ປະຕິບັດບັນດາໂຄງການພັດທະນາພື້ນຖານໂຄງລ່າງໃຫຍ່ກ່ຽວກັບທາງຄົມມະນາຄົມ ແລະໄຟຟ້ານ້ຳຕົກ.

leftcenterrightdel
ຂະບວນການແຫ່ວໍ່ທີ່ຫຼວງພະບາງ. ພາບ: nhandan.com.vn.

ຫ່າງຈາກວຽງຈັນ ໄປທາງທິດເໜືອປະມານ 400 ກິໂລແມັດ, ກຸງເກົ່າຫຼວງພະບາງ ແມ່ນໜຶ່ງໃນສອງມໍລະດົກວັດທະນະທໍາໂລກຂອງລາວ. ປີນີ້, ອໍານາດການປົກຄອງແຂວງຫຼວງພະບາງໄດ້ຈັດຕັ້ງບຸນປີໃໝ່ປະຈໍາຊາດດ້ວຍຂອບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ ແລະກໍ່ໃຫຍ່ທີ່ສຸດເມື່ອທຽບໃສ່ທ້ອງຖິ່ນຕ່າງໆຂອງລາວ. ບັນຍາກາດຕ້ອນຮັບບຸນປີໃໝ່ໃນ 4 ວັນຜ່ານມາຢູ່ຫຼວງພະບາງ ໄດ້ດໍາເນີນໄປຢ່າງຄຶກຄື້ນ, ມ່ວນຊື່ນດ້ວຍສຽງດົນຕີ, ສຽງຄ້ອງ, ສຽງກອງ, ສຽງຂັບລຳທີ່ດັງກ້ອງກັງວານຕາມຖະໜົນຫົນທາງ ແລະບັນດາສູນບັນເທີງໄດ້ແກ່ຍາວແຕ່ຮຸ່ງເຊົ້າຕະຫຼອດຮອດກາງຄືນ, ບັນຍາກາດເຢັນສະບາຍ ແລະສະຫງົບງຽບພຽງແຕ່ຮູ້ສຶກໄດ້ໃນຍາມຮຸ່ງເຊົ້າດ້ວຍພິທີຕັກບາດຕາມທ້ອງຖະໜົນ ຫຼື ໃນພິທີສົງພະຢູ່ບັນດາວັດບູຮານ.

ທ່ານນາງ ສຸດາພອນ ຄົມທະວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ສັງກັດກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ຢັ້ງຢືນວ່າ, ແຂວງໄດ້ກຽມພ້ອມການກະກຽມທຸກຢ່າງ ເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດ, ພິເສດປີນີ້ໄດ້ກະກຽມໂຮງແຮມເຖິງ 500 ແຫ່ງເພື່ອຫຼີກລ່ຽງການຂາດແຄນຫ້ອງນອນ, ໂຮງແຮມ.

ບັນດາເຫດການໄດ້ຈັດຕັ້ງໃນໂອກາດຕ້ອນຮັບບຸນປີໃໝ່ ຄື: ຂະບວນການແຫ່ຊ້າງຈາກວັດໄໝ່ ຫາວັດຊຽງທອງ; ຂະບວນການແຫ່ວໍ່ຈາກວັດທາດນ້ອຍ ຫາວັດຊຽງທອງ; ຂະບວນການແຫ່ນາງສັງຂານ...

ການຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ລາວ ໄດ້ຮັບເຂົ້າໃຈວ່າແມ່ນ “ການລະຫຼິ້ນບຸນປີໃໝ່” ຍ້ອນວ່ານອກຈາກບັນດາກິດຈະກໍາວັດທະນະທໍາທີ່ເປັນມູນເຊື້ອ ຄື: ສົງພະ, ພິທີບາສີສູ່ຂວັນ... ແລ້ວ, ບັນດາກິດຈະກໍາຢູ່ກາງແຈ້ງ ແລະແກ່ຍາວໝົດມື້ແມ່ນການຫົດນໍ້າ. ຕາມຮີດຄອງປະເພນີແລ້ວ, ການຫົດນໍ້າແມ່ນເພື່ອຂໍໂຊກຂໍລາບ, ກໍ່ຄືຂໍຄໍາອວຍພອນດີທີ່ສຸດໃນປີໃໝ່ຂໍໃຫ້ແກ່ຕົນເອງ ແລະຄອບຄົວ.

ປີນີ້, ແຂກທ່ອງທ່ຽວຕ່າງປະເທດນັບຫຼາຍຮ້ອຍຄົນໄດ້ມາທ່ອງທ່ຽວ ແລະເຂົ້າຮ່ວມບັນດາກິດຈະກໍາໃນຍາມບຸນປີໃໝ່ລາວ, ຄືສົງພະໃນວັດ,  ເຂົ້າຮ່ວມພິທີຕັກບາດຍາມຮຸ່ງເຊົ້າ, ເຂົ້າຮ່ວມຂະບວນການແຫ່ວໍ່, ຂະບວນການແຫ່ນາງສັງຂານ ຫຼືຫົດນໍ້າຢູ່ຕາມທ້ອງຖະໜົນ ເພື່ອຕ້ອນຮັບປີໃໝ່ປະຈໍາຊາດຂອງລາວ ຢູ່ກຸງເກົ່າຫຼວງພະບາງ.

ບາງຮູບພາບຕ້ອນຮັບບຸນປີໃໝ່ຢູ່ຫຼວງພະບາງ:

leftcenterrightdel
ນາງສັງຂານ. ພາບ: nhandan.com.vn.
leftcenterrightdel
ຂະບວນການແຫ່ນາງສັງຂານຢູ່ຫຼວງພະບາງ ໃນໂອກາດບຸນປີໃໝ່ລາວ ແມ່ນກິດຈະກໍາທີ່ເປັນເອກະລັກສະເພາະຢູ່ຫຼວງພະບາງ. ພາບ: nhandan.com.vn.
leftcenterrightdel
ພິທີຕັກບາດຢູ່ຫຼວງພະບາງ ດໍາເນີນໃນຍາມຮຸ່ງເຊົ້າ. ພາບ: nhandan.com.vn.
leftcenterrightdel
ມາຢ້ຽມຢາມກຸງເກົ່າຫຼວງພະບາງ ແລະຕ້ອນຮັບບຸນປີໃໝ່ລາວ ແມ່ນໜຶ່ງໃນບັນດາລາຍການທ່ອງທ່ຽວທີ່ແຂກທ່ອງທ່ຽວຫວຽດນາມ ນິຍົມທີ່ສຸດ. ພາບ: nhandan.com.vn.
leftcenterrightdel
 
leftcenterrightdel
ການຫົດນໍ້າໃນຊຸມວັນບຸນປີໃໝ່ລາວ. ພາບ: nhandan.com.vn.

ໂດຍ: ທະນາພອນ