ບຸນປີໃໝ່ປະຈໍາຊາດລາວປີ 2019 ຖືກວັນທີເທົ່າໃດ?

ບຸນປີໃໝ່ປະຈໍາຊາດລາວ ຈະແກ່ຍາວໃນເວລາ 3 ວັນ, ແຕ່ລະມື້ມີຊື່ເອີ້ນທີ່ແຕກຕ່າງກັນ. ວັນທໍາອິດໄດ້ເອີ້ນວ່າແມ່ນວັນສົ່ງທ້າຍປີເກົ່າ, ວັນທີສອງແມ່ນວັນເນົາ ຫຼື ວັນສົ່ງທ້າຍຈຸດເວລາປີເກົ່າຕໍ່ໃສ່ປີໃໝ່, ວັນທີ 3 ແມ່ນວັນຕ້ອນຮັບປີໃໝ່, ຍັງໄດ້ເອີ້ນວ່າແມ່ນບຸນປີໃໝ່ - ບຸນປະຈໍາຊາດຂອງປະຊາຊົນລາວບັນດາເຜົ່າ.

leftcenterrightdel
ຫົດນໍ້າກັນເພື່ອອວຍພອນຂໍໃຫ້ທຸກສິ່ງທຸກຢ່າງມີແຕ່ຄວາມໂຊກດີໃນປີໃໝ່. ພາບ: ຫວູຫວຽດ.

ວັນທໍາອິດຂອງບຸນປີໃໝ່ລາວ, ກໍໍແມ່ນວັນສຸດທ້າຍຂອງປີເກົ່າ, ຕອນເຊົ້າປະຊາຊົນໄດ້ປັດກວາດມ້ຽນມັດຈັດເຄື່ອງຂອງ, ເຊັດຖູອະນາໄມເຮືອນຊານໃຫ້ສະອາດ, ກະກຽມນໍ້າຫອມ ແລະດອກໄມ້. ນໍ້າຫອມແມ່ນໄດ້ມາຈາກ: ດອກຄູນ, ດອກຈໍາປາ ແລະຫົວນໍ້າຫອມມາປະສົມໃສ່ກັບນ້ຳ...

leftcenterrightdel
ພິທີສົງພະ. ພາບ: ຫວູຫວຽດ.

ວັນທີສອງ, ປະຊາຊົນເລີ່ມໄປວັດເພື່ອປະຕິບັດພິທີສົງພະ, ສູ່ຂວັນຂໍໂຊກລາບ. ຕາມປະເພນີຂອງຄົນລາວ, ປີໃໝ່ຄວນໄປວັດໄດ້ຫຼາຍແຫ່ງເທົ່າໃດຍິ່ງເປັນການດີ, ນ້ອຍທີ່ສຸດກໍຕ້ອງໃຫ້ໄດ້ເກົ້າວັດ. ນໍ້າຫອມທີ່ເອົາໄປສົງພະ ຫຼັງຈາກສົງພະແລ້ວກໍຈະໄປໂຕ່ງເອົານໍ້າຂີ້ພະ ເພື່ອເອົາກັບເມືອເຮືອນຫົດໃສ່ຮ່າງກາຍ, ໃສ່ລົດລາງ, ຕົ້ນໄມ້, ເຮືອນຊານບ້ານຊ່ອງເພື່ອເປັນສີລິມຸງຄຸນ.  ປະຊາຊົນຍັງໄດ້ຫົດນໍ້າໃຫ້ຄູບ່າ, ວັດ ແລະຕົ້ນໄມ້ອ້ອມຂ້າງວັດອີກ.

ວັນທີ 3 ກໍແມ່ນວັນສຸດທ້າຍພ້ອມດ້ວຍການເຄື່ອນໄຫວຫຼາຍຢ່າງໄດ້ດໍາເນີນໄປທົ່ວທຸກບ່ອນ. ກ່ອນທີ່ຈະຫົດນ້ຳໃຫ້ກັນ, ເຂົາເຈົ້າຈະອວຍພອນສິ່ງທີ່ດີງາມໃຫ້ກັນ ແລະກັນ ເພື່ອສະແດງຄວາມເຄົາລົບນັບຖື, ຜູ້ອາຍຸໜຸ່ມນ້ອຍຈະຫົດນໍ້າ, ອວຍພອນໃຫ້ຜູ້ອາຍຸສູງ, ໝູ່ເພື່ອນຫົດນໍ້າ ແລະອວຍພອນໃຫ້ກັນ. ເຂົາເຈົ້າບໍ່ພຽງຫົດນໍ້າອວຍພອນໃຫ້ກັນເທົ່ານັ້ນ, ຫາກຍັງຫົດນໍ້າໃສ່ເຮືອນຊານ, ເຄື່ອງຂອງບູຊາ, ສັດລ້ຽງ ແລະອຸປະກອນຜະລິດອີກດ້ວຍ.

leftcenterrightdel
 
leftcenterrightdel
ການເຄື່ອນໄຫວຫົດນໍ້າໄດ້ດໍາເນີນໄປທົ່ວທຸກຫົນແຫ່ງ. ພາບ: ຫວູຫວຽດ.

ຈຸດວັດທະນະທໍາທີ່ເປັນເອກະລັກສະເພາະໃນບຸນປີໃໝ່ປະຈໍາຊາດລາວ

ຈຸດທີ່ເປັນເອກະລັກສະເພາະຂອງຊຸມວັນຫຼີ້ນບຸນປີໃໝ່ລາວ ແມ່ນການຫົດນໍ້າກັນ (ຍ້ອນເຫດນັ້ນບຸນປີໃໝ່ຍັງໄດ້ເອີ້ນວ່າບຸນຫົດນໍ້າ, ໝາຍຄວາມວ່າແມ່ນບຸນຫົດນໍ້າ). ສິ່ງເຫຼົ່ານີ້ແມ່ນເລີ່ມມາຈາກຄວາມສຳນຶກຂອງຄົນລາວ ແມ່ນມີພຽງແຕ່ນໍ້າທີ່ນຳມາເຊິ່ງຊີວິດ ແລະນໍ້າຈະລ້າງຊ່ວຍຄວາມທຸກອົກທຸກໃຈ, ຄວາມໂຊກຮ້າຍ,  ໂລກໄພໄຂ້ເຈັບໃຫ້ໝົດໄປນຳປີເກົ່າ ແລະພາວັນມາຂໍໃຫ້ປີໃໝ່ຈົ່ງມີສຸຂະພາບແຂງແຮງ, ມີສະຫງົບສຸກ ແລະຄວາມຜາສຸກ.

ຄົນລາວມີຄວາມສຳນຶກທີ່ວ່າໃນຊຸມວັນປີໃໝ່ແມ່ນໃຜຖືກຫົດນ້ຳຫຼາຍ, ປຽກຫຼາຍແມ່ນຜູ້ນັ້ນຈະພົບກັບຄວາມໂຊກດີຫຼາຍຢ່າງ. ມີຄວາມສຳນຶກຫຼາຍຢ່າງໄດ້ອະທິບາຍກ່ຽວກັບກົກເຄົ້າງານບຸນຫົດນໍ້າທີ່ຕິດພັນກັບການດໍາລົງຊີວິດ, ການຜະລິດກະສິກໍາປູກເຂົ້າ, ພ້ອມກັນນັ້ນ, ມັນກໍມາຈາກບັນດາເທບນິຍາຍທີ່ເຕັມໄປດ້ວຍສີສັນທາງສາສະໜາ.

ປະເພນີຫົດນໍ້າໃນວັນປີໃໝ່ຂອງລາວຍັງມີຈຸດທີ່ເປັນເອກະລັກສະເພາະຕື່ມອີກນັ້ນແມ່ນໃນຊຸມວັນນີ້ບໍ່ວ່າຈະແມ່ນໃຜກໍຕາມ, ຮູ້ຈັກ ຫຼື ບໍ່ຮູ້ຈັກ, ບໍ່ມີຖານະຕໍາແໜ່ງໃດໃນສັງຄົມກໍຕາມ, ແຂກທຸກຄົນລ້ວນແຕ່ຖືກເຈົ້າຂອງເຮືອນຕ້ອນຮັບດ້ວຍຄວາມໂອບອ້ອມອາລີ, ເອື້ອເຟື້ອເພື່ອແຜ່ຄືກັນໝົດ ແລະສະແແດງຄວາມເຄົາລົບນັບຖືຮັກແພງດ້ວຍການຫົດນໍ້າເມື່ອເຂົາເຈົ້າມາອວຍພອນປີໃໝ່.

leftcenterrightdel
ພິທີບາສີສູ່ຂວັນໃນຍາມປີໃໝ່ລາວ. ພາບ: ຫວູຫວຽດ.

ນອກຈາກພິທີຫົດນໍ້າແລ້ວ, ຄົນລາວຍັງມີປະເພນີທີ່ເປັນເອກະລັກສະເພາະຕື່ມອີກ, ນັ້ນແມ່ນພິທີບາສີສູ່ຂວັນ. ເຂົາເຈົ້າມັດແຂນດ້ວຍຝ້າຍຫຼາຍສີສັນ ແລະອວຍພອນໃຫ້ກັນໃນປີໃໝ່ຈົ່ງມີແຕ່ຄວາມຜາສຸກ, ມີສຸຂະພາບແຂງແຮງ, ປະສົບຜົນສຳເລັດທຸກຢ່າງ. ປະເພນີນີ້ເຖິງວ່າລຽບງ່າຍກໍຕາມແຕ່ວ່າມັນໄດ້ສ່ອງແສງຢ່າງເລິກເຊິ່ງເຖິງນິໄສໃຈຄໍຂອງຄົນລາວ. ເຂົາເຈົ້າບໍ່ພາວັນມາຂໍໃຫ້ຕົນເອງ, ພຽງແຕ່ພາວັນມາຂໍໃຫ້ຜູ້ອື່ນ, ຍ້ອນວ່າຕາມເຂົາເຈົ້າແລ້ວເມື່ອເຮັດສິ່ງດີງາມໃຫ້ຄົນອື່ນ, ທີ່ສິ່ງທີ່ດີງາມນັ້ນກໍຈະກັບຄືນມາຫາຕົນເອງ. ໃນຕະຫຼອດ 3 ມື້ປີໃໝ່, ແມ່ນໃຜໄດ້ມັດແຂນຫຼາຍທີ່ໄດ້ຮັບຖືວ່າແມ່ນຄົນຜູ້ນັ້ນຈະມີຄວາມໂຊກດີໝົດປີ.

leftcenterrightdel
ຊຸມວັນປີໃໝ່ລາວ, ຄົນລາວມັກຊວນກັນໄປຕົບພະທາດຊາຍ, ປະດັບປະດາດ້ວຍທຸງໄຊ, ດອກໄມ້ ແລະຝ້າຍ. ພາບ: ຫວູຫວຽດ.

ດອກຈໍາປາ ແລະດອກຄູນແມ່ນດອກໄມ້ສອງຊະນິດທີ່ຂາດບໍ່ໄດ້ໃນຍາມປີໃໝ່ລາວ. ປະຊາຊົນໄດ້ຫ້ອຍດອກຈໍາປາເປັນເສັ້ນແລ້ວເອົາຄ້ອງໃສ່ຄໍ ຫຼື ເໜັບໃສ່ຜົມ ແລະຫ້ອຍດອກຄູນໃສ່ປະຕູເຮືອນ, ແຈເຮືອນ ຫຼື ມັດໃສ່ລົດໃນຍາມປີໃໝ່ເພື່ອໃຫ້ມີໂຊກມີລາບ.

leftcenterrightdel
ລາບແມ່ນເຍື່ອງອາຫານທີ່ຂາດບໍ່ໄດ້ໃນຊຸມວັນປີໃໝ່ຂອງຄົນລາວ. ພາບ: ຫວູຫວຽດ.

ເຍື່ອງອາຫານທີ່ເປັນມູນເຊື້ອໃນຍາມບຸນປີໃໝ່ຂອງຄົນລາວແມ່ນລາບ, ເຊິ່ງແມ່ນອາຫານໄດ້ເຮັດຈາກຊີ້ນໝູ, ໄກ່ ຫຼື ງົວ ແລະພິເສດຂາດບໍ່ໄດ້ແມ່ນເຂົ້າຂົ້ວ.

leftcenterrightdel
ພິທີແຫ່ນາງສັງຂານ. ພາບ: ຫວູຫວຽດ.

ພິທີແຫ່ນາງສັງຂານ, ໜຶ່ງໃນລູກສາວ 7 ຄົນຂອງພະສີ່ໜ້າ (ພະກະບິນລະພົມ) - ເຊິ່ງແມ່ນພະທີ່ນຳແຕ່ສິ່ງດີງາມມາໃຫ້ປະຊາຊົນລາວ, ແມ່ນເຫດການເຊິ່ງປະຊາຊົນຍາມໃດກໍມີຄວາມກະຕືລືລົ້ນຢາກເຂົ້າຮ່ວມໃນຊຸມວັນປີໃໝ່ຂອງລາວ.

ເມື່ອໄປຢ້ຽມຢາມລາວ ໃນໂອກາດບຸນປີໃໝ່, ເພື່ອນຈະຖືກຫົດນໍ້າໄດ້ຮັບຄຳອວຍພອນທີ່ດີງາມ, ມີໂຊກມີລາບ, ໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະເຊື່ອມຕົວເຂົ້າກັບບັນຍາກາດຫຼີ້ນປີໃໝ່ຢ່າງເບີກບານມ່ວນຊື່ນດ້ວຍການຟ້ອນລໍາວົງ, ກິນດຶ່ມທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາທີ່ເປັນມູນເຊື້ອ, ສໍາລັບເຂົາເຈົ້າແລ້ວ, ນັ້ນແມ່ນສິ່ງທີ່ໂຊກດີ ແລະແນ່ນອນວ່າເພື່ອນກໍຈະປະສົບກັບຄວາມໂຊກດີ.

ໂດຍ: ໄຊນີດາ