ມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍເພື່ອເບິ່ງແຍງດູແລຊາວໜຸ່ມກໍາມະກອນ
ກປ.ອອນໄລ - ວັນທີ 23 ມີນາ, ສະຫະພັນແຮງງານນະຄອນໂຮ່ຈີມິນ ໄດ້ຈັດຕັ້ງວັນບຸນຮ່ວມເດີນທາງພ້ອມກັບຊາວໜຸ່ມກໍາມະກອນນະຄອນ ໂຮ່ຈີມິນ ຄັ້ງທີ 1 ປີ 2025.
ວັນບຸນແມ່ນກິດຈະກຳທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26 ມີນາ1931 / 26 ມີນາ 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະທ້ອນໂຮມປະເທດຊາດ (30 ເມສາ 1975 / 30 ເມສາ 2025), ຕອບສະໜອງວັນເຄື່ອນໄຫວຈຸດສູງ “ວັນສະມາຊິກຊາວໜຸ່ມ - ວັນເຮັດວຽກທີ່ດີ”.
ວັນບຸນລວມມີຫຼາຍການເຄື່ອນໄຫວໜູນຊ່ວຍ, ເບິ່ງແຍງດູແລຊາວໜຸ່ມກໍາມະກອນນະຄອນ ໂຮ່ຈີມິນ ທີ່ແທດຈິງ ເຊັ່ນ: ຕະຫຼາດຊາວໜຸ່ມກໍາມະກອນ, ຮ້ານຮັກສາສະຖຽນລະພາບຕະຫຼາດ, ຕອບສະໜອງຂະບວນການປຸກລະດົມ “ຊາວຫວຽດນາມ ໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ”, ຮ້ານຂາຍສິນຄ້າ 0 ດົ່ງ, ຮ້ານຊ່ວຍໃຫ້ຄຳປຶກສາດ້ານນິຕິກໍາແກ່ກໍາມະກອນ, ໃຫ້ຄໍາປຶກສາກູ້ຢືມເງິນໃຫ້ຊາວໜຸ່ມກໍາມະກອນ, ໃຫ້ຄໍາປຶກສາແນະນໍາວຽກເຮັດງານທຳ...
    |
 |
ຄະນະຈັດຕັ້ງ ໄດ້ມອບຂອງຂວັນເພື່ອໜູນຊ່ວຍຊາວໜຸ່ມ, ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: ຮຸ່ງຄວາ |
ຊາວໜຸ່ມກໍາມະກອນທີ່ເຂົ້າຮ່ວມວັນບຸນຍັງໄດ້ຮັບການແນະນຳກ່ຽວກັບການຊໍາລະແບບບໍ່ໃຊ້ເງິນສົດ, ຕິດຕັ້ງແອັບພລິເຄຊັນ “ພົນລະເມືອງດີຈີຕອນນະຄອນໂຮ່ຈີມິນ” ແລະເຂົ້າຮ່ວມການເຄື່ອນໄຫວນຳເອົາຂີ້ເຫຍື້ອ, ວັດຖຸທີ່ຜະລິດຄືນໃໝ່ມາແລກເອົາຕົ້ນໄມ້, ຕັດຜົມໂດຍບໍ່ເສຍຄ່າ.
ໃນຂອບເຂດຂອງວັນບຸນຍັງມີການເຄື່ອນໄຫວຝຶກອົບຮົມທັກສະໃຫ້ຊາວໜຸ່ມ, ກຳມະກອນ, ໃຫ້ຄຳປຶກສາກ່ຽວກັບວິທີຮັບປະທານອາຫານແບບປະຢັດ, ຮັບປະກັນໂພຊະນາການ ແລະສຸຂະອະນາໄມດ້ານອາຫານ. ບັນດາຜູ້ແທນ ແລະຊາວໜຸ່ມ, ກໍາມະກອນຍັງຕອບສະໜອງລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈໃນວັນບຸນຢ່າງຕັ້ງໜ້າ.
ທີ່ວັນບຸນ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 200 ພູດໃຫ້ແກ່ຊາວໜຸ່ມ, ກໍາມະກອນທີ່ປະສົບກັບຄວາມຫຍຸ້ງຍາກ, ແຂ່ງຂັນກັນສ້າງຜົນງານດີເລີດໃນການອອກແຮງງານ, ທຳການຜະລິດ. ວັນບຸນ ໄດ້ສ້າງສະພາບແວດລ້ອມໃຫ້ຊາວໜຸ່ມ, ກໍາມະກອນໄດ້ພົບປະແລກປ່ຽນ, ຮ່ຳຮຽນ ແລະພ້ອມກັນແຜ່ຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ນ້ຳໃຈຄວາມສາມັກຄີໃນຊຸມຊົນ.
ໂດຍ: ຈາງຫງວຽນ