ບັນດາໝວດສິນຄ້າສົ່ງອອກຂອງຂະແໜງລ້ວນແຕ່ເພີ່ມຂຶ້ນ, ສະນັ້ນ, ວົງເງິນສົ່ງອອກກໍໄດ້ເພີ່ມຂຶ້ນ. ກ່ຽວກັບຕະຫຼາດ, ການສົ່ງອອກໄປຍັງ ອາຊີ ໄດ້ເພີ່ມຂຶ້ນເກືອບ 20%; ທະວີບ ອາເມລິກາ ເພີ່ມຂຶ້ນ 24,6%; ເອີຣົບ ເພີ່ມຂຶ້ນ 38,6%; ທະວີບມະຫາສະໝຸດ ເພີ່ມຂຶ້ນ 26%... ອາເມລິກາ, ຈີນ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫຼາດໃຫຍ່ສຸດທີ່ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ຫວຽດນາມ.       

leftcenterrightdel
ພາບປະກອບຈາກ vneconomy.vn

ເພື່ອສືບຕໍ່ຮັກສາທ່າເຕີບໂຕໃນການສົ່ງອອກ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ຈະເປີດປະຕູບັນດາຕະຫຼາດໃໝ່, ມີກຳລັງບົ່ມຊ້ອນ  ເຊັ່ນ: ບັນດາປະເທດ ອິດສະລາມ, ຕາເວັນອອກກາງ, ທະວີບ ອາຟະລິກາ… ທາງກະຊວງກໍໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ວິສາຫະກິດຍາດແຍ່ງບັນດາໂອກາດຈາກບັນດາສົນທິສັນຍາການຄ້າເສລີ ທີ່ໄດ້ລົງນາມກັບບັນດາປະເທດ, ພ້ອມດຽວກັນນັ້ນ, ກໍ່ໜູນຊ່ວຍການປົກປ້ອງຍີ່ຫໍ້, ຂໍ້ມູນທີ່ມາຂອງບັນດາຜະລິດຕະພັນສົ່ງອອກທີ່ມີກຳລັງບົ່ມຊ້ອນຂອງ ຫວຽດນາມ ຢູ່ຕ່າງປະເທດ.

ໂດຍ: ກວຽດເຕິມ