ຕາມຂໍ້ມູນຂອງກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະການລົງທຶນ) ຫາກໍ່ປະກາດ, ດັດຊະນີການຜະລິດອຸດສາຫະກຳ (IIP) ຂອງຫວຽດນາມ ໃນເດືອນ 4 ຄາດວ່າ ເພີ່ມຂຶ້ນ 0,8% ເມື່ອທຽບໃສ່ເດືອນ 3 ແລະເພີ່ມຂຶ້ນ 6,3% ເມື່ອທຽບໃສ່ໄລຍະດຽວກັນປີກາຍ.

ໄລ່ລວມ 4 ເດືອນຕົ້ນປີ, IIP ເພີ່ມຂຶ້ນ 6%, ໄດ້ຮັບການປັບປຸງດີພໍສົມຄວນ ເມື່ອທຽບໃສ່ກັບລະດັບຫຼຸດລົງ 2,5% ໃນໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຂະແໜງປຸງແຕ່ງ ແລະປະດິດສ້າງເພີ່ມຂຶ້ນ 6,3%, ປະກອບ 5,5 ຄະແນນຄິດເປັນສ່ວນຮ້ອຍເຂົ້າໃນລະດັບເພີ່ມຂຶ້ນລວມ. ຈຳນວນຜູ້ອອກແຮງງານທີ່ເຮັດວຽກໃນຂະແໜງໃນວັນທີ 1 ເມສາ ໄດ້ເພີ່ມຂຶ້ນ 3,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

leftcenterrightdel
ພາບປະກອບ: dangcongsan.vn

ການຜະລິດອຸດສາຫະກຳໄດ້ຮັກສາທ່າຟື້ນຕົວໃນປີທີ່ຜ່ານມາ, ປະກອບສ່ວນເຂົ້າໃນການເພີ່ມຂຶ້ນ 15% ຂອງການສົ່ງອອກໃນ 4 ເດືອນຜ່ານມາ. ຕາມນັ້ນແລ້ວ, ຜະລິດຕະພັນອຸດສາຫະກຳກວມເອົາກວ່າ 87% ຍອດວົງເງິນສົ່ງອອກ 123,64 ຕື້ໂດລາສະຫະລັດ. ການສົ່ງອອກເກີນດຸນກໍ່ເພີ່ມຂຶ້ນໃນລະດັບ 8,4 ຕື້ໂດລາສະຫະລັດ, ເມື່ອທຽບໃສ່ຕົວເລກ 7,66 ຕື້ໂດລາສະຫະລັດຂອງໄລຍະດຽວກັນຂອງປີກາຍ.

ໃນຂະນະນັ້ນ, ບົດລາຍງານມະຫາພາກໃນໄຕມາດທີ 1 ຂອງຫຼັກຊັບ VnDirect ປະກາດທ້າຍເດືອນເມສາ ໄດ້ຕີລາຄາວ່າ ຂະແໜງອຸດສາຫະກໍາຍັງຢູ່ໃນທ່າຟື້ນຕົວ. ຄຽງຄູ່ກັບການຜະລິດ, ການຄ້າການບໍລິການ ແລະການລົງທຶນຮັກສາຢ່າງຕັ້ງໜ້າໃນ 4 ເດືອນຜ່ານມາ, ການລົງທຶນຈາກງົບປະມານແຫ່ງລັດ ແລະຕ່າງປະເທດເພີ່ມຂຶ້ນຕາມລໍາດັບ 5,9% ແລະ 4,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ເງິນລົງທຶນໂດຍກົງຈາກຕ່າງປະເທດບັນລຸເກືອບ 9,3 ຕື້ໂດລາສະຫະລັດ.

ໂດຍ: ທະນາພອນ