ໃນບົດຂຽນ, ນັກຂ່າວ Moises Perez Mok, ຫົວໜ້າຫ້ອງການຂອງ Prensa Latina ປະຈໍາ ຮ່າໂນ້ຍ ໄດ້ສະແດງຄວາມປະທັບໃຈກ່ຽວກັບບັນຍາກາດສະເຫຼີມສະຫຼອງວັນທ້ອນໂຮມປະເທດຊາດເປັນເອກະພາບ. ປ້າຍຂະໜາດໃຫຍ່ ແລະການເຄື່ອນໄຫວວັດທະນະທຳຫຼາຍຢ່າງ ເພື່ອສະເຫຼີມສະຫຼອງເຫດການກ່ອນນີ້ 49 ປີ, ພ້ອມທັງຖ່າຍທອດບັນດາຄຸນຄ່າປະຫວັດສາດ, ຈິດໃຈສາມັກຄີແຫ່ງຊາດໃຫ້ແກ່ລຸ້ນໜຸ່ມ.

ນັກຂ່າວ Moises Perez Mok ໃຫ້ຮູ້ວ່າ, ນີ້ກໍ່ແມ່ນໂອກາດເພື່ອລະນຶກເຖິງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ການນຳພັກ ແລະລັດຫວຽດນາມ ໄດ້ໄປຢ້ຽມຢາມຖາມຂ່າວບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມ ຄວາມດີຕໍ່ການປະຕິວັດໃນວັນບຸນສຳຄັນນີ້.

leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ

ສຳນັກຂ່າວສານ Prensa Latina ຢືນຢັນວ່າ ວັນມະຫາໄຊ ວັນທີ 30 ເມສາ 1975 ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈບໍ່ຍອມຈຳນົນຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຈາກພາຍນອກ. ບົດຂຽນໄດ້ເນັ້ນໜັກວ່າ: “ເຫດການນີ້ໄດ້ສິ້ນສຸດແອກປົກຄອງລັດທິຈັກກະພັດ, ສັກດີນາຫວຽດນາມ, ສິ້ນສຸດການປະຕິວັດຊາດປະຊາທິປະໄຕ ປະຊາຊົນ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະເປີດສັກກະຫຼາດໃໝ່ຢູ່ຫວຽດນາມ”. ທົ່ວປະເທດພ້ອມກັນເລີ່ມກ້າວເຂົ້າສູ່ສັງຄົມນິຍົມ."

ຕາມສຳນັກຂ່າວສານ Prensa Latina ແລ້ວ, ວັນມະຫາໄຊ 30 ເມສາ 1975 ເປັນປະຫວັດສາດຂອງຊາດຫວຽດນາມ ຄືໜຶ່ງໃນບັນດາໜ້າປະຫວັດສາດທີ່ດີເລີດທີ່ສຸດ, ເປັນສັນຍາລັກກ່ຽວກັບໄຊຊະນະຂອງລັດທິວິລະຊົນປະຕິວັດ ແລະສະຕິປັນຍາຂອງມວນມະນຸດ, ພ້ອມທັງເປັນຂີດໝາຍໃນປະຫວັດສາດໂລກ, ປຽບເໝືອນດັ່ງວິລະກຳທີ່ຍິ່ງໃຫຍ່ຂອງສະຕະວັດທີ XX.

ສຳນັກຂ່າວສານ Prensa Latina ໄດ້ຄັດສະເໜີ ການໃຫ້ຂໍ້ສັງເກດຂອງສື່ມວນຊົນສາກົນທີ່ຍົກໃຫ້ເຫັນຜົນງານດ້ານເສດຖະກິດທີ່ເປັນໜ້າສົນໃຈເຊິ່ງ ຫວຽດນາມ ບັນລຸໄດ້ພາຍຫຼັງການທ້ອນໂຮມປະເທດຊາດເປັນເອກະພາບ. ສໍານັກຂ່າວສານດັ່ງກ່າວຍັງຍົກອອກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບພື້ນຖານຂອງຄວາມກ້າວໜ້າ ນັ້ນແມ່ນກິດຈະການປ່ຽນແປງໃໝ່ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກກອມມູນິດຫວຽດນາມ ຮັບຮອງເອົາ. ກິດຈະການປ່ຽນແປງໃໝ່ໄດ້ຊ່ວຍໃຫ້ຫວຽດນາມ ປັບປຸງໂຄງປະກອບເສດຖະກິດຂອງປະເທດ ແລະຍູ້ແຮງການຫັນເປັນອຸດສາຫະກໍາ, ທັນສະໄໝເທື່ອລະກ້າວ...

ໂດຍ: ໄຊນີດາ