ການໂອ້ລົມສົນທະນາ “ການພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ-ກໍາປູເຈຍ”
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2-12-1975 / 2-12-2024) ແລະສະເຫຼີມສະຫຼອງ 46 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີພັດທະນາປະເທດຊາດກໍາປູເຈຍ (2-12-1978 / 2-12-2024), ວັນທີ 1 ທັນວາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງຝູອຽນ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ການພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ-ກໍາປູເຈຍ”.
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ສະແດງອາລົມຈິດ ແລະແບ່ງປັນຄວາມຊົງຈຳຂອງຕົນກ່ຽວກັບສາຍພົວພັນສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງພັກ, ສອງປະເທດ ຫວຽດນາມ-ລາວ ແລະຫວຽດນາມ-ກໍາປູເຈຍ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ ກໍ່ຄືໃນກິດຈະການປ່ຽນແປງໃໝ່, ພັດທະນາປະເທດຊາດໃນປະຈຸບັນ. ພ້ອມດຽວກັນນັ້ນຍາມໃດກໍ່ຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ-ລາວ-ກໍາປູເຈຍ ແລະເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາໃນໂລກ.
![left](/image/images/left.png) ![center](/image/images/center.png) ![right](/image/images/right.png) ![del](/images/red-error_16px.gif) |
![](https://file3.qdnd.vn/data/images/26/2024/12/02/upload_2122/02122024_th_01.jpg?dpi=150&quality=100&w=500) |
ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງຝູອຽນ ມອບຫຼຽນກາລະນຶກ “ເພື່ອນໍ້າໃຈມິດຕະພາບ ຫວຽດນາມ-ກໍາປູເຈຍ” ໃຫ້ແກ່ບຸກຄົນ. ພາບ: ຟ້າມທຸ່ຍ |
ເສີມຂະຫຍາຍບັນດາໝາກຜົນທີ່ໄດ້ຮັບໃນໄລຍະຜ່ານມາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງຝູອຽນ ຫວັງວ່າ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ແຂວງ ຈະສືບຕໍ່ປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ, ອຸດົມສົມບູນກ່ຽວກັບເນື້ອໃນເພື່ອຍົກສູງຄຸນນະພາບການເຄື່ອນໄຫວສະມາຄົມໃນສະພາບການໃໝ່; ສ້າງຖານຂໍ້ມູນຂອງອົງການຈັດຕັ້ງສະມາຊິກ; ສົມທົບກັນຜັນຂະຫຍາຍວຽກງານການທູດປະຊາຊົນຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ...
ເນື່ອງໃນໂອກາດນີ້, ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ແຂວງກໍ່ໄດ້ສະຫຼຸບການເຄື່ອນໄຫວໃນປີ 2024 ຜັນຂະຫຍາຍໜ້າທີ່ປີ 2025; ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງຝູອຽນ ໄດ້ຈັດຕັ້ງການມອບຫຼຽນກາລະນຶກ “ເພື່ອນໍ້າໃຈມິດຕະພາບ ຫວຽດນາມ-ກໍາປູເຈຍ” 24 ຫຼຽນຂອງສູນກາງສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ໃຫ້ແກ່ບຸກຄົນຂອງສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ແຂວງ ແລະມອບຂອງຂວັນໃຫ້ພົນລະເມືອງລາວ 7 ຄົນທີ່ພວມຮໍ່າຮຽນ ແລະເຮັດວຽກໃນບໍລິເວນແຂວງຝູອຽນ.
ໂດຍ: ເຈິ່ນຮວ່ຽນ