ໃນການຕີລາຄາຂອງສາກົນກ່ຽວກັບປັດໄຈສ້າງຄວາມດຶງດູດຂອງສະພາບແວດລ້ອມການລົງທຶນຢູ່ຫວຽດນາມ ແມ່ນຄວາມໝັ້ນຄົງດ້ານການເມືອງ ຍາມໃດກໍ່ແມ່ນປັດໄຈແຖວໜ້າ.

ເງື່ອນໄຂເປັນຕາຍເພື່ອປົກປັກຮັກສາເອກະລາດ, ພັດທະນາເສດຖະກິດ

ຄວາມໝັ້ນຄົງຂອງລະບົບການເມືອງແມ່ນປັດໄຈພິເສດຂອງການເຄື່ອນໄຫວທາງສັງຄົມ-ການເຄື່ອນໄຫວໃນຄວາມເປັນລະບຽບຮຽບຮ້ອຍ, ມີກົດລະບຽບ, ຮັບປະກັນໂຄງປະກອບ. ຄວາມໝັ້ນຄົງດ້ານການເມືອງແມ່ນເນື້ອໃນສຳຄັນເພື່ອພັດທະນາປະເທດແບບຍືນຍົງ.

ກົງກັນຂ້າມ, ການເມືອງຂາດສະຖຽນລະພາບອາດສາມາດນາມຂູ່ເຖິງຜົນປະໂຫຍດຂອງທຸກປັດໄຈໃນສັງຄົມກໍ່ຄືຄວາມສາມາດພັດທະນາຂອງປະເທດໃນປະຈຸບັນ ແລະອະນາຄົດ. ບົດຮຽນໃນປະຫວັດສາດພິສູດໃຫ້ເຫັນ, ເສດຖະກິດຂາດສະຖຽນລະພາບອາສາມາດແກ້ໄຂຜ່ານແຜນການໃນໄລຍະສັ້ນ ຫຼືໄລຍະກາງ, ສ່ວນການແກ້ໄຂການຂາດສະຖຽນລະພາບດ້ານການເມືອງຍາກກວ່າຫຼາຍ, ບໍ່ພຽງແຕ່ຕ້ອງການເວລາຍາວກວ່າ, ແຫຼ່ງກຳລັງຫຼາຍກວ່າເທົ່ານັ້ນ ຫາກຍັງຕ້ອງແກ້ໄຂບັນດາບັນຫາດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມທີ່ມີຄວາມສັບສົນທີ່ສຸດ.

leftcenterrightdel
ພາບຄັດຈາກ: ສຳນັກຂ່າວສານຫວຽດນາມ

ພາຍຫຼັງຂາດສະຖຽນລະພາບດ້ານການເມືອງແມ່ນຄວາມແຕກແຍກຂອງບັນດາກຸ່ມກ້ອນມະຫາສາມັກຄີ, ຊ້ຳບໍ່ໜຳບັນດາກຳລັງການເມືອງ, ບັນດາຊັ້ນວັນນະໃນສັງຄົມເຂົ້າຮ່ວມການປະທະກັນ, ສົງຄາມທີ່ເຮັດໃຫ້ແຫຼ່ງກຳລັງຂອງປະເທດຖືກເສຍຫາຍ, ປະເທດຖືກແຕກແຍກ, ບັນດາກຳລັງສັດຕູຕ່າງດ້າວສວຍໃຊ້ກາລະໂອກາດເຂົ້າແຊກແຊງ, ສົ່ງຜົນສະທ້ອນເຖິງເອກະລາດ ແລະອະທິປະໄຕຂອງປະເທດ, ສ່ວນຫຼາຍບັນດາການປະທະກັນໄດ້ສ້າງຄວາມເສຍຫາຍຫຼາຍຢ່າງໃຫ້ບັນດາປະເທດໃນຊຸມປີມໍ່ໆມານີ້ລ້ວນແຕ່ຍ້ອນເລີ່ມຈາກດ້ານການເມືອງພາຍໃນປະເທດຂາດສະຖຽນລະພາບ. ໃນນັ້ນ, ມີບັນດາການປະທະກັນເກີດຂຶ້ນໃນຫຼາຍປີ, ບໍ່ຮູ້ວ່າເມື່ອໃດຈຶ່ງສິ້ນສຸດ.

ເມື່ອລົງທຶນເຂົ້າປະເທດໃດ, ໂດຍສະເພາະແມ່ນບ້ວງເງິນລົງທຶນໃຫຍ່, ຍາວນານ, ນັກລົງທຶນຕ້ອງຊອກຮູ້ກ່ຽວກັບສະພາບແວດລ້ອມການເມືອງ, ເສດຖະກິດ, ວັດທະນະທຳ, ສາສະໜາ, ປະຊາຊົນຂອງປະເທດນັ້ນ. ຄວາມສ່ຽງກ່ຽວກັບການຂາດສະຖຽນລະພາບດ້ານການເມືອງລ້ວນແຕ່ໄດ້ນັກລົງທຶນຄົ້ນພົບ, ເພື່ອຈາກນັ້ນມີມາດຕະການຮັບມື ຫຼືເລືອກປະເທດອື່ນເພື່ອພັດທະນາ. ຍ້ອນວ່າຄວາມຂາດສະຖຽນລະພາບດ້ານການເມືອງພາໃຫ້ຂາດຄວາມສະຖຽນລະພາບດ້ານເສດຖະກິດ, ສັງຄົມ, ກໍ່ຄວາມສ່ຽງໃຫຍ່ໃຫ້ແກ່ນັກລົງທຶນ. ສະພາບການຕົວຈິງໃຫ້ຮູ້ວ່າໃນບັນດາການປະທ້ວງຂະໜາດໃຫຍ່ໃນໂລກ, ຜູ້ປະທ້ວງຈະທຳລາຍຮາກຖານການຜະລິດ, ການດຳເນີນທຸລະກິດ, ສ້າງຄວາມເສຍຫາຍໃຫ້ແກ່ວິສາຫະກິດ. ລົງທຶນເຂົ້າປະເທດທີ່ມີສະພາບແວດລ້ອມດ້ານການເມືອງຂາດຄວາມສະຖຽນລະພາບຈະມີຄວາມສ່ຽງຫຼາຍຢ່າງ.

ໃນຊຸມປີມໍ່ໆມານີ້, ສະຖານະການໂລກມີການຜັນແປຫຼາຍຢ່າງດ້ວຍການສົງຄາມຕ່າງໆ, ການປະທະກັນ, ຄວາມເຄັ່ງຕຶງພູມສາດການເມືອງລະຫວ່າງບັນດາປະເທດໃຫຍ່ໃນໂລກ, ຫຼາຍປະເທດຂາດສະຖຽນລະພາບດ້ວຍການປະທະກັນ... ກໍ່ຄວາມກັງວົນສຳລັບນັກລົງທຶນ, ແຕ່ວ່າຢູ່ຫວຽດນາມ ມີຄວາມດຶງດູດໃຫຍ່ຍ້ອນຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັກສາຄວາມໝັ້ນຄົງດ້ານເສດຖະກິດມະຫາພາກ, ມີທີ່ຕັ້ງສຳຄັນໃນການພົວພັນແລກປ່ຽນດ້ານການຄ້າ ແລະມີນະໂຍບາຍພົວພັນຕ່າງປະເທດຢ່າງຖືກຕ້ອງ, ເປີດອອກກາລະໂອກາດຮ່ວມມືດ້ານເສດຖະກິດຫຼາຍຢ່າງ. ເພາະສະນັ້ນ, ຮັກສາຄວາມໝັ້ນຄົງດ້ານການເມືອງແມ່ນຜົນງານສຳຄັນຈາກການນຳພາຂອງ ພັກເຮົາ.

ດ້ານການເມືອງມີຄວາມໝັ້ນຄົງຍ້ອນວ່າພັກມີອິດທິພົນຊື່ສຽງຕໍ່ກັບປະຊາຊົນ

ສາຍເຫດໃດເພື່ອປະເທດຫວຽດນາມ ມີຄວາມໝັ້ນຄົງດ້ານການເມືອງໃນຕະຫຼອດຫຼາຍປີຜ່ານມາ?

ອາດສາມາດເວົ້າວ່າ ຫວຽດາມ ຮັກສາໄດ້ຄວາມໝັ້ນຄົງດ້ານການເມືອງ, ພັກກອມມູນິດຫວຽດນາມ ຮັກສາໄດ້ຖານະບົດບາດນຳພາລັດ ແລະສັງຄົມ, ຍ້ອນວ່າ ພັກມີອິດທິພົນຊື່ສຽງສູງຢ່າງເດັດຂາດຕໍ່ກັບປະຊາຊົນ. ຄຸນສົມບັດຂອງພັກ, ພູມປັນຍາຂອງພັກ ໄດ້ພິສູດໃຫ້ເຫັນຈາກການນຳພາຢ່າງສະຫຼາດສະຫຼຽວຂອງພັກ ໃນກວ່າ 94 ປີ ຜ່ານມາ, ໃນການຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດເປັນເອກະພາບ ແລະພັດທະນາເສດຖະກິດ. ຍ້ອນວ່າ ເຊື່ອໝັ້ນກັບພັກ, ຮັກຫອມພັກ ເຊິ່ງປະຊາຊົນຫວຽດນາມ ຍາມໃດໄປຕາມພັກ, ເຖິງວ່າປະສົບສິ່ງທ້າທາຍ, ທຸກຍາກລຳບາກແນວໃດກໍ່ຕາມກໍ່ບໍ່ຍອມທໍ້ຖອຍ. ການນຳພາຂອງພັກ ບໍ່ເພື່ອເປົ້າໝາຍໃດນອກຈາກເປົ້າໝາຍສູງສົ່ງແມ່ນສູ້ຊົນນຳປະເທດຫວຽດນາມ ພັດທະນາ, ມີລາຍຮັບສູງ, ຄຽງບ່າກັບບັນດາປະເທດມະຫາອໍານາດຫ້າທະວີບ, ປະຊາຊົນມີຄວາມອີ່ມໜຳສຳລານ, ມີຄວາມຜາສຸກ.

ກໍ່ຍ້ອນມີຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ກັບການນຳພາຂອງພັກ ເຖິງວ່າອິດທິກຳລັງປໍລະປັກ, ພວກປະຕິການຍາມໃດກໍ່ສວຍໃຊ້ທຸກກົນອຸບາຍ, ເສກສັນປັ້ນແຕ່ງ, ດຳເນີນພຶດຕິກຳທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແບ່ງແຍກການພົວພັນລະຫວ່າງປະຊາຊົນກັບພັກ ແລະລັດ, ກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ, ສັງຄົມ, ຫວັງຢາກປ່ຽນລະບອບການເມືອງຢູ່ປະເທດຫວຽດນາມ, ແຕ່ວ່າທຸກກົນອຸບາຍຖືກປະລາໄຊ.

ມີຄວາມໝັ້ນຄົງດ້ານການເມືອງເນື່ອງຈາກວ່າພັກກອມມູນິດຫວຽດນາມ ຍາມໃດກໍ່ເຊີດຊູຈິດໃຈສາມັກຄີ, ສາມັກຄີທົ່ວປວງຊົນທັງຊາດ ແລະສາມັກຄີໃນພັກ. ທົ່ວລະບົບການເມືອງ, ສັງຄົມ, ປະຊາຊົນສາມັກຄີພ້ອມກັບພັກ. ປະຊາຊົນທຸກຊັ້ນວັນນະ, ທຸກກຳລັງ, ທຸກພາກສ່ວນໃນສັງຄົມລ້ວນແຕ່ມີຄຸນຄ່າຂອງຕົນ, ເພື່ອຈາກນັ້ນປະກອບສ່ວນເພື່ອຄຸນຄ່າລວມ, ເປົ້າໝາຍລວມ.

ພະນັກງານ, ສະມາຊິກພັກ ຕ້ອງເປັນແບບຢ່າງ

ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງພັກ, ນຳໜ້າໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ພວກເຮົາໄດ້ປະຕິບັດການຕໍ່ສູ້ຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້ ເພື່ອທຳລາຍປະກົດການເສື່ອມທາດຂາດຄຸນ, ເຮັດໃຫ້ພັກມີຄວາມປອດໃສ, ກົງຈັກລັດມີຄວາມປອດໃສເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ, ປັບປຸງສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ. ການຕໍ່ສູ້ດັ່ງກ່າວໄດ້ປະຊາຊົນ ແລະຫາງສຽງສາກົນເຫັນດີສະໜັບສະໜູນ ແລະນຳເອົາມາເຊິ່ງປະສິດທິຜົນຢ່າງຕັ້ງໜ້າ.

ຕ້ອງຢັ້ງຢືນວ່າ ຄວາມໝັ້ນຄົງດ້ານການເມືອງແມ່ນຊັບສົມບັດອັນລ້ຳຄ່າເພື່ອພັດທະນາປະເທດ. ເຖິງຢ່າງໃດກໍ່ຕາມ, ຄວາມໝັ້ນຄົງດ້ານການເມືອງບໍ່ແມ່ນສິ່ງທີ່ມີແລ້ວ, ມີຍ້ອນຄວາມສາມາດ ແລະອິດທິພົນຊື່ສຽງການນຳພາຂອງພັກ. ເພາະສະນັ້ນ, ພະນັກງານ, ສະມາຊິກພັກຕ້ອງຮັບຮູ້ປັດໄຈນີ້ຢ່າງຈະແຈ້ງເພື່ອມີພຶດຕິກຳຢ່າງຖືກຕ້ອງເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງເພື່ອການພັດທະນາແບບຍືນຍົງຂອງປະເທດ, ເພື່ອຄວາມຜາສຸກຂອງປະຊາຊົນ.

ໂດຍ: ແສງເດືອນ