ບັນດາຂໍ້ມູນ ເຊິ່ງອົງການນິລະໂທດກໍາສາກົນ ໄດ້ຍົກອອກມາແມ່ນຜິດກັບຄວາມຈິງ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນຮັບປະກັນ ແລະຊຸກຍູ້ບັນດາສິດທິມະນຸດທີ່ເໝາະສົມກັບລັດຖະທໍາມະນູນຂອງຫວຽດນາມ ແລະບັນດາມາດຕະຖານສາກົນ. ຫວຽດນາມເປັນພາຄີຂອງສົນທິສັນຍາຫລັກດ້ານສິດທິມະນຸດຂອງ ສປຊ ຈຳນວນ 7 ສະບັບ, ໃນນັ້ນມີສົນທິສັນຍາການຕ້ານການທໍລະມານ, ຫວຽດນາມ ຍາມໃດກໍ່ປະຕິບັດຄໍາໝັ້ນສັນຍາ ແລະໜ້າທີ່ຂອງປະເທດພາຄີຢ່າງເຂັ້ມງວດ ແລະຄົບຖ້ວນ. ບັນດາຄວາມມານະພະຍາຍາມ ແລະຜົນງານຂອງຫວຽດນາມໃນຂົງເຂດຮັບປະກັນ ແລະຊຸກຍູ້ບັນດາສິດທິມະນຸດເຊິ່ງໄດ້ຮັບຄວາມຮັບຮູ້ຢ່າງກວ້າງຂວາງຈາກປະຊາຄົມໂລກ.

leftcenterrightdel
ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ. ພາບ: baoquocte.vn

ກ່າວຄໍາເຫັນທີ່ວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບສິດທິມະນຸດ ເຊິ່ງໄດ້ດໍາເນີນຢູ່ສໍານັກງານສະຫະປະຊາຊາດທີ່ ນິວຢອກ, (ສະຫະລັດ ອາເມລິກາ) ແຕ່ວັນທີ 12 - 13 ກໍລະກົດ 2016. ທ່ານນາງ ຫງວຽນເຟືອງາ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈໍາ ສະຫະປະຊາຊາດ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ມານະພະຍາຍາມ ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການພັດທະນາແບບຍືນຍົງ, ປົກປັກຮັກສາ ແລະຊຸກຍູ້ສິດທິມະນຸດ ແລະບັນລຸໄດ້ຜົນງານທີ່ສໍາຄັນ. “ໃນຖານະບົດບາດເປັນພາຄີ ທີ່ມີຄວາມຮັບຜິດຊອບຂອງສະພາສິດທິມະນຸດ ແລະ ສະພາເສດຖະກິດ-ສັງຄົມຂອງສະຫະປະຊາຊາດ. ຫວຽດນາມຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດ, ບັນດາຄູ່ຮ່ວມມືໃນການຊຸກຍູ້ ແລະຮັບປະກັນສິດທິມະນຸດໃນຂອບເຂດທົ່ວໂລກ ແລະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ”.

 

ແປໂດຍ: ຮວ່າງເຈື່ອງ