ທັດສະນະນີ້ຂອງພັກ ໄດ້ຫັນບັນດາຂໍ້ກໍານົດຂອງລັດຖະທໍາມະນູນ ແລະກົດໝາຍໃຫ້ເປັນລະອຽດ, ພ້ອມທັງຜັນຂະຫຍາຍໃນສະພາບຕົວຈິງຢ່າງແທ້ຈິງ, ປະກອບສ່ວນຮັບປະກັນ ແລະຊຸກຍູ້ສິດຂອງມະນຸດ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງແຫຼ່ງກໍາລັງທາງດ້ານຈິດໃຈ ແລະວັດຖຸເພື່ອຊຸກຍູ້ສັງຄົມພັດທະນາ.
ສິດເສລີໃນການເຫຼື້ອມໃສ, ສາສະໜາ ໃນລັດຖະທໍາມະນູນ ແລະກົດໝາຍຫວຽດນາມ
ພາຍຫຼັງການປະຕິວັດເດືອນ ສິງຫາ ປະສົບຜົນສໍາເລັດ, ໃນວາລະປະຊຸມ ຄັ້ງທໍາອິດຂອງສະພາລັດຖະບານ (ເດືອນ ກັນຍາ ປີ 1945), ປະທານ ໂຮ່ຈິມິນ ໄດ້ເນັ້ນໜັກເຖິງນະໂຍບາຍ “ຄວາມເສລີໃນການເຫຼື້ອມໃສ ແລະຜູ້ບໍ່ເຊື່ອຖືສາສະໜາ, ຜູ້ເຊື່ອຖືສາສະໜາສາມັກຄີກັນ”. ແນວຄິດນັ້ນຂອງປະທານ ໂຮ່ຈິມິນ ໄດ້ຮັບການສືບຕໍ່ປະຕິບັດໃນຕະຫຼອດວິວັດການນໍາພາການປະຕິວັດຈາກພັກກອມມູນິດຫວຽດນາມ. ພິເສດ, ນະໂຍບາຍເຄົາລົບ ແລະປົກປ້ອງສິດເສລີໃນການບູຊາ ແລະປະຕິບັດການເຫຼື້ອມໃສ, ສາສະໜາໄດ້ສະແດງໃຫ້ເຫັນຕະຫຼອດໃນລັດຖະທໍາມະນູນທຸກສະບັບຂອງຫວຽດນາມ ຜ່ານບັນດາໄລຍະ.
ປີ 1946, ໃນລັດຖະທໍາມະນູນ ສະບັບທໍາອິດຂອງລັດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຢັ້ງຢືນວ່າ: “ສິດອໍານາດພາຍໃນປະເທດທັງໝົດແມ່ນຂອງທົ່ວປວງຊົນຫວຽດນາມ, ບໍ່ຈໍາແນກເຊື້ອສາຍ, ຍິງ, ຊາຍ, ຮັ່ງມີ, ທຸກຍາກ, ຊົນຊັ້ນ, ສາສະໜາ” ຫຼື: “ພົນລະເມືອງຫວຽດນາມ ມີສິດເສລີໃນການເຫຼື້ອມໃສ”. ມາຮອດລັດຖະທໍາມະນູນ ປີ 1959, ສິດເສລີໃນການເຫຼື້ອມໃສ, ສາສະໜາ ສືບຕໍ່ໄດ້ຮັບການຢັ້ງຢືນຄືນໃໝ່ ແລະເປີດກວ້າງກວ່າ, ພົນລະເມືອງບໍ່ພຽງແຕ່ມີສິດ “ເຊື່ອຖືສາສະໜາ” ເທົ່ານັ້ນຫາກຍັງມີສິດ “ບໍ່ເຊື່ອຖືສາສະໜາໃດໆ”. “ພົນລະເມືອງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ມີສິດ ເສລີໃນການເຫຼື້ອມໃສ, ເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາໃດ” (ມາດຕາ 26).
ສືບທອດ ແລະພັດທະນາລັດຖະທໍາມະນູນ ປີ 1946 ແລະລັດຖະທໍາມະນູນ ປີ 1959, ລັດຖະທໍາມະນູນ ປີ 1980 ນອກຈາກການຮັບຮູ້ສິດເສລີໃນການເຫຼື້ອມໃສ, ສາສະໜາແລ້ວ, ຍັງກໍານົດເນື້ອໃນສະກັດກັ້ນການສວຍໃຊ້ສາສະໜາ ເພື່ອກະທໍາສິ່ງທີ່ຜິດກົດໝາຍ, ຕ້ານທໍາລາຍການປະຕິວັດ... “ພົນລະເມືອງມີສິດເສລີ ໃນການເຫຼື້ອມໃສ, ເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາໃດ; ບໍ່ມີໃຜໄດ້ສວຍໃຊ້ສາສະໜາ ເພື່ອກະທໍາຜິດກົດໝາຍ ແລະນະໂຍບາຍຂອງລັດ” (ມາດຕາ 68).
ກ້າວເຂົ້າສູ່ໄລຍະປ່ຽນແປງໃໝ່, ຕໍ່ໜ້າບັນດາການຜັນປ່ຽນສະພາບການຢ່າງໄວວາ ແລະຄວາມຮຽກຮ້ອງຕ້ອງການສ້າງສາ, ພັດທະນາປະເທດຊາດ, ສິດເສລີໃນການເຫຼື້ອມໃສ, ສາສະໜາຂອງປະຊາຊົນຍັງສືບຕໍ່ໄດ້ຮັບການຢັ້ງຢືນ. ມາດຕາ 70, ລັດຖະທໍາມະນູນ ປີ 1992 ລະບຸຢ່າງຈະແຈ້ງວ່າ: “ພົນລະເມືອງມີສິດເສລີໃນການເຫຼື້ອມໃສ, ສາສະໜາ, ເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາໃດ. ບັນດາສາສະໜາລ້ວນແລ້ວແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ. ບັນດາສະຖານທີ່ບູຊາຂອງບັນດາຜູ້ເຫຼື້ອມໃສ, ສາສະໜາໄດ້ຮັບການປົກປ້ອງຈາກກົດໝາຍ. ບໍ່ມີໃຜລະເມີດຄວາມເສລີໃນການເຫຼື້ອມໃສ, ສາສະໜາ ຫຼືສວຍໃຊ້ການເຫຼື້ອມ ໃສ, ສາສະໜາ ເພື່ອກະທໍາຜິດກົດໝາຍ ແລະນະໂຍບາຍຂອງລັດ”.
|
|
ບັນດາຜູ້ມີຍົດສັກຕໍາແໜ່ງສາສະໜາພຸດ ແລະພຸດທະສາສະນິກະຊົນ ເຂົ້າຮ່ວມວັນບຸນວິສາຂະບູຊາ ຢູ່ດ່ານັ້ງ. ພາບ: daidoanket.vn. |
ວັນທີ 28 ພະຈິກ 2013, ສະພາແຫ່ງຊາດ ໄດ້ຮັບຮອງເອົາລັດຖະທໍາມະນູນ ປີ 2013, ກໍານົດຢ່າງຮອບດ້ານກວ່າບັນດາສິດການເມືອງ, ສິດພົນລະເຮືອນຂອງປະຊາຊົນ; ໃນນັ້ນສິດເສລີໃນການເຫຼື້ອມໃສ, ສາສະໜາ ໄດ້ສະແດງໃຫ້ເຫັນຢ່າງຮອບດ້ານ ແລະຄົບຖ້ວນພໍສົມຄວນ, ຮັບປະກັນປະຊາທິປະໄຕ, ເຄົາລົບ ແລະສ້າງເງື່ອນໄຂດີທີ່ສຸດໃຫ້ທຸກຄົນທີ່ໄດ້ປະຕິບັດການເຫຼື້ອມໃສ ແລະສາສະໜາຂອງຕົນ. ມາດຕາ 24 ຂອງລັດຖະທໍາມະນູນ ປີ 2013 ຊີ້ແຈ້ງວ່າ: “ທຸກຄົນມີສິດເສລີໃນການເຫຼື້ອມໃສ, ສາສະໜາ, ເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາໃດ. ບັນດາສາສະໜາລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.
ລັດ ເຄົາລົບ ແລະປົກປ້ອງສິດເສລີໃນການເຫຼື້ອມໃສ, ສາສະໜາ. ບໍ່ມີໃຜລະເມີດຄວາມເສລີໃນການເຫຼື້ອມໃສ, ສາສະໜາ ຫຼື ສວຍໃຊ້ການເຫຼື້ອມໃສ, ສາສະໜາ ເພື່ອລະເມີດກົດໝາຍ”.
ພິເສດ, ວັນທີ 18 ພະຈິກ 2016, ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ, ໃນນັ້ນກໍານົດຢ່າງຈະແຈ້ງວ່າ: ທຸກຄົນມີສິດເສລີໃນການເຫຼື້ອມໃສ, ສາສະໜາ, ເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໃດ. ແຕ່ລະຄົນມີສິດສະແດງຄວາມເຊື່ອໝັ້ນໃນການເຫຼື້ອມໃສ, ສາສະໜາ; ປະຕິບັດພິທີກຳການເຫຼື້ອມໃສ, ສາສະໜາ; ເຂົ້າຮ່ວມງານບຸນ; ຮໍ່າຮຽນ ແລະປະຕິບັດຫຼັກສິນທໍາ, ຄໍາສັ່ງສອນທາງສາສະໜາ.
ພຶດຕິກໍາຕົວຈິງທີ່ມີຊີວິດຊີວາໃນການເຄື່ອນໄຫວເຫຼື້ອມໃສ, ສາສະໜາ ຢູ່ຫວຽດນາມ
ຫວຽດນາມ ເປັນປະເທດມີຫຼາຍສາສະໜາ ແລະມີບັນດາຮູບການເຫຼື້ອມໃສແຕກຕ່າງກັນ, ຫຼາຍສາສະໜາໃຫຍ່ໄດ້ເຊື່ອມເຂົ້າຫວຽດນາມນັບເປັນພັນໆປີຄື: ສາສະໜາພຸດ, ສາສະໜາ ກາໂຕລິກ, ສາສະໜາ ໂປແຕສຕັງ, ສາສະໜາອິດ ສະລາມ... ແລະບັນດາສາສະໜາ ກໍາເນີດພາຍໃນປະເທດຄື: ສາສະໜາ ກາວດ່າຍ, ສາສະໜາພຸດ ຮວ່າຫາວ, ຕື໋ເອິນ, ຮ໋ຽວເຫງຍ... ບັນດາທັດສະນະ, ແຜນນະໂຍບາຍ, ນະໂຍບາຍເຄົາລົບ ແລະຮັບປະກັນຄວາມເສລີໃນການເຫຼື້ອມໃສ, ສາສະໜາ ບໍ່ພຽງແຕ່ໄດ້ຢັ້ງຢືນຢູ່ໃນລັດຖະທໍາມະນູນ ແລະກົດໝາຍ ຫຼືຢູ່ໃນບັນດາຄໍາສັ່ງ, ມະຕິຂອງພັກ ເທົ່ານັ້ນຫາກຍັງສະແດງອອກໃຫ້ເຫັນໃນພຶດຕິກໍາຊີວິດສັງຄົມຢ່າງລະອຽດອີກດ້ວຍ.
ຕາມການຄາດຄະເນ, ມີພົນລະເມືອງຫວຽດນາມປະມານ 95% ມີການເຄື່ອນໄຫວເຫຼື້ອມໃສ, ສາສະໜາ; ໃນນັ້ນມີສາສະນິກະຊົນຂອງບັນດາສາສະໜາແຕກຕ່າງກັນກວ່າ 24 ລ້ານຄົນ (ກວມພົນລະເມືອງປະມານ 27%), ຂຶ້ນກັບ 38 ອົງການສາສະໜາ. ທົ່ວປະເທດມີເກືອບ 53.000 ຍົດສັກຕໍາແໜ່ງ ແລະປະມານ 27.900 ສະຖານທີ່ບູຊາ. ແຕ່ລະປີມີປະມານ 8.500 ງານບຸນທາງດ້ານສາສະໜາ ຫຼືການເຫຼື້ອມໃສເຊື່ອຖືສາສະໜາລະດັບຊາດ ແລະທ້ອງຖິ່ນ ໄດ້ຮັບການຈັດຕັ້ງຂຶ້ນ.
ດ້ວຍທັດສະນະ “ບັນດາຊົນເຜົ່າມີຄວາມສະເໝີພາບ, ສາມັກຄີ, ເຄົາລົບ ແລະຊ່ວຍກັນພັດທະນາ”, ໃນຊຸມປີຜ່ານມາ, ລັດ ຫວຽດນາມ ເຄົາລົບ ແລະຮັບປະກັນສິດເສລີ ແລະຄວາມສະເໝີພາບກ່ຽວກັບການເຫຼື້ອມໃສ, ສາສະໜາຂອງບັນດາຊົນເຜົ່າສ່ວນໜ້ອຍ. ຄຽງຂ້າງການສ້າງເງື່ອນໄຂໃຫ້ແກ່ຊົນເຜົ່າ ຈໍາ ຖືສາສະໜາ ອິດສະລາມ ແລະສາສະໜາພາມ ສ້າງຕັ້ງບັນດາຄະນະ ຜູ້ຕາງໜ້າປະຊາຄົມ ເພື່ອໜູນຊ່ວຍບັນດາການດໍາເນີນຊີວິດທາງສາສະໜາ.
ການເຄື່ອນໄຫວສາກົນຂອງບັນດາສາສະໜາ ຢູ່ຫວຽດນາມ ກໍນັບມື້ນັບໄດ້ຮັບການເປີດກວ້າງ. ສໍານັກ ວາຕີກັງ ໄດ້ແຕ່ງຕັ້ງທູດພິເສດບໍ່ປະຈໍາທີ່ຫວຽດນາມ. ແຕ່ລະປີມີຍົດສັກຕໍາແໜ່ງສາສະໜາຫວຽດນາມນັບຫຼາຍຮ້ອຍເທື່ອຄົນເຂົ້າຮ່ວມບັນດາການເຄື່ອນໄຫວສາສະໜາຢູ່ຕ່າງປະເທດ ແລະສ່ວນບຸກຄົນສາສະໜາຕ່າງປະເທດ ນັບຫຼາຍພັນເທື່ອຄົນເຂົ້າມາສິດສອນຢູ່ ຫວຽດນາມ ແລະເຂົ້າຮ່ວມບັນດາການເຄື່ອນໄຫວ, ເຫດການທາງສາສະໜາ. ໃນນັ້ນ, ມີຫຼາຍເຫດການສໍາຄັນ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງສໍາເລັດ, ໄດ້ຮັບການຕີລາຄາສູງຈາກຫາງສຽງພາຍໃນປະເທດ, ສາກົນ ແລະສາສະນິກະຊົນຢູ່ຕ່າງປະເທດ ຄື: ວັນບຸນວິສາຂະບູຊາ (VESAK) ສະຫະປະຊາຊາດ ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນປີ 2008, ໄດ້ດຶງດູດຜູ້ແທນເຂົ້າຮ່ວມ 1.500 ຄົນທີ່ມາຈາກ 74 ປະເທດ ແລະເຂດແຄວ້ນ ແລະຢູ່ແຂວງ ນິງບິ່ງ ປີ 2014 ດ້ວຍການເຂົ້າຮ່ວມຂອງ ຜູ້ມີຍົດສັກຕໍາແໜ່ງ, ສາສະນິກະຊົນກວ່າ 1.000 ຄົນທີ່ມາຈາກ 95 ປະເທດ ແລະເຂດແຄວ້ນ; ກອງປະຊຸມແມ່ອອກຂາວສາກົນ ປີ 2009; ປີ ພະເຢຊູ 2011 ຂອງສະມາຄົມຄຼິດທະສາສະໜາ; ສະເຫຼີມສະຫຼອງ 100 ປີແຫ່ງວັນສາສະໜາ ໂປແຕສຕັງ; ກອງປະຊຸມລະຫວ່າງສະພາສັງຄະລາດ ອາຊີ ປີ 2012...
ແປໂດຍ: ຮວ່າງເຈື່ອງ