ບົດຂຽນໄດ້ເໜັ້ນໜັກເຖິງການພັດທະນາເສດຖະກິດຂອງຫວຽດນາມ ໄປພ້ອມກັບການບັນລຸໄດ້ບາດກ້າວທີ່ໃຫຍ່ຫຼວງໃນການປົກປ້ອງສິດຂອງມະນຸດ ໃນ 70 ກວ່າປີແຫ່ງຄວາມເປັນເອກະລາດ.

ໃນປີ 2014, ຫວຽດນາມ ໄດ້ກາຍເປັນສະມາຊິກສະພາສິດທິມະນຸດ ສປຊ ຢ່າງເປັນທາງການ (UNHRC), ໃນອາຍຸການແຕ່ປີ 2014-2016. ໃນປີສຸດທ້າຍຂອງອາຍຸການ, ຫວຽດນາມສືບຕໍ່ຢືນຢັນຖານະທີ່ຕັ້ງ ແລະບົດບາດຢູ່ບັນດາເວທີປາໄສຂອງອົງການ ລະຫວ່າງລັດຖະບານແຖວໜ້ານີ້ຂອງສະຫະປະຊາຊາດໃນຂົງເຂດສິດຂອງມະນຸດ ແລະໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ. ເທື່ອທໍາອິດໃນຖານະເປັນສະມາຊິກສົມບູນຂອງ UNHRC, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ: ຕົນເອງເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບໃນການແກ້ໄຂບັນດາສິ່ງທ້າທາຍລວມ ໃນຂົງເຂດສິດທິມະນຸດ. ໃນກອງປະຊຸມ ແລະການປຶກສາຫາລືກ່ຽວກັບການປົກປ້ອງສິດຂອງມະນຸດ ນັບຫຼາຍຮ້ອຍຄັ້ງ, ຫວຽດນາມໄດ້ຕັ້ງໜ້າສະແດງທັດສະນະກ່ຽວກັບບັນດາເນື້ອໃນລະອຽດຂອງໂຄງການດໍາເນີນງານທີ່ກ່ຽວຂ້ອງເຖິງສິດເສດຖະກິດ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ ແລະສິດເສລີພາບໃນການປາກເວົ້າ ແລະສື່ມວນຊົນ.

leftcenterrightdel
ທ່ານນາງ ດັ້ງທິຫງອກທິ້ງ ຮອງປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມຊຸດທີ 32 ຂອງສະພາສິດທິມະນຸດ ສປຊ. ພາບ: TTXVN

ຫວຽດນາມໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງຮ່າງມະຕິ ແລະຂໍ້ຕົກລົງຂອງ UNHRC ບົນພື້ນຖານສະໜັບສະໜູນວິທີສຳຜັດຢ່າງສົມສ່ວນ, ຮອບດ້ານ, ຮັບປະກັນສິດຜົນປະໂຫຍດ ແລະຄວາມເປັນເອກະພາບຂອງທຸກໆຝ່າຍ. ການເຄື່ອນໄຫວຢ່າງຕັ້ງໜ້າຂອງຫວຽດນາມໃນ UNHRC ກໍ່ໄດ້ສະແດງອອກຜ່ານການປະຕິບັດກົນໄກທົບທວນປະຈຳໄລຍະ (Universal Periodic Review) ເຊິ່ງເປັນກົນໄກສໍາຄັນທີ່ສຸດຂອງ UNHRC, ກໍ່ຄືຜ່ານການປະຕິບັດບັນດາຄໍາໝັ້ນສັນຍາທີ່ກ່ຽວຂ້ອງເຖິງສິດທິມະນຸດຢ່າງເຂັ້ມງວດ.

ຫວຽດນາມໃຫ້ຄວາມສໍາຄັນຕໍ່ການປຶກສາຫາລື ແລະການຮ່ວມມືໃນຂົງເຂດສິດທິມະນຸດ. ໂດຍແມ່ນສະມາຊິກຂອງ UNHRC, ຫວຽດນາມ ສະໜັບສະໜູນການແກ້ໄຂບັນດາບັນຫາຜ່ານການພົບປະເຈລະຈາບົນພື້ນຖານເຄົາລົບ ເຊິ່ງກັນ ແລະກັນ. ໃນ 2 ປີຜ່ານມາ, ຫວຽດນາມໄດ້ນໍາໃຊ້ບັນດາກົນໄກແຕກຕ່າງກັນຂອງ UNHRC ຢ່າງກົມກຽວ ແລະມີປະສິດທິຜົນເພື່ອຢືນຢັນທັດສະນະຂ້າງເທິງ. ດ້ວຍການເຂົ້າຮ່ວມເວທີນີ້, ຫວຽດນາມຮຽກຮ້ອງເພີ່ມທະວີການພົບປະເຈລະຈາ ແລະຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ຖືການຮັບປະກັນສິດທິມະນຸດແມ່ນຄວາມຮັບຜິດຊອບຂອງແຕ່ລະປະເທດພາຄີ, ບົນພື້ນຖານແຕ່ລະປະເທດຕ້ອງກໍານົດບັນດາມາດຕະການຮັບປະກັນສິດທິມະນຸດຢ່າງເປັນເອກະລາດ ໃຫ້ເໝາະສົມກັບສະພາບເສດຖະກິດ, ວັດທະນະທໍາ-ສັງຄົມ ແລະປະຫວັດສາດຂອງຕົນ.

ເຂົ້າຮ່ວມບັນດາອົງການຫຼາຍຝ່າຍຂອງ UNHRC ໄດ້ສ້າງໂອກາດເພື່ອໃຫ້ຫວຽດນາມສະແດງທັດສະນະ ກ່ຽວກັບບັນຫາຕ່າງໆທີ່ກ່ຽວຂ້ອງເຖິງການຕໍ່ສູ້ຕ້ານການໃຊ້ຄວາມຮຸນແຮງ ແລະການຈໍາແນກການປະພຶດ, ການຄ້າມະນຸດ, ຮັບປະກັນສິດຂອງແມ່ຍິງ ແລະເດັກນ້ອຍ. ມາເຖິງປັດຈຸບັນ, ຫວຽດນາມໄດ້ເຂົ້າຮ່ວມການສ້າງຮ່າງມະຕິ ຈໍານວນ 30 ກວ່າສະບັບກ່ຽວກັບບັນຫາດ່ັ່ງກ່າວ. ຜ່ານນັ້ນ, ປັບປຸງຄວາມເຂົ້າໃຈລວມຂອງປະຊາຄົມໂລກກ່ຽວກັບຄຸນຄ່າສິດຂອງມະນຸດ. ສາມາດເວົ້າໄດ້ວ່າຫວຽດນາມ ໄດ້ປະຕິບັດແນວທາງການຕ່າງປະເທດຫຼາຍຝ່າຍຢ່າງຕັ້ງໜ້າ, ປະກອບສ່ວນຫຼາຍສົມຄວນເຂົ້າໃນການປຶກສາຫາລື ແລະສ້າງຮ່າງເອກະສານກ່ຽວກັບສິດທິມະນຸດຂອງສະຫະປະຊາຊາດ.

ພາຍຫຼັງ 70 ກວ່າປີແຫ່ງການສ້າງຕັ້ງ, ຫວຽດນາມໄດ້ມີບາດກ້າວຢ່າງໃຫຍ່ຫຼວງ ໃນການປົກປ້ອງສິດຂອງມະນຸດ. ບັນດາຜົນງານຂອງຫວຽດນາມໃນຂົງເຂດສິດຂອງມະນຸດ ໄດ້ສະແດງອອກໃນຫຼາຍແງ່ມູມ, ລວມທັງການຫັນເປັນກົດໝາຍບັນດາບັນຫາທີ່ກ່ຽວຂ້ອງເຖິງສິດຂອງມະນຸດ ແລະກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ. ຫວຽດນາມກໍ່ບັນລຸໄດ້ບັນດາຜົນງານທີ່ຕັ້ງໜ້າໃນການປະຕິບັດບັນດານະໂຍບາຍ ຫຼຸດຜ່ອນຄວາມທຸກຍາກ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມໂລກ.

ສິ່ງທີ່ໜ້າເອົາໃຈໃສ່ແມ່ນ ລັດຖະທໍາມະນູນ ປີ 2013 ມີ 36 ມາດຕາ ກ່ຽວກັບສິດຂອງມະນຸດແລະສິດຂອງພົນລະເມືອງ. ບັນດາສິດນີ້ກໍ່ຄືບັນດາເງື່ອນໄຂຮັບປະກັນຊີວິດສັງຄົມໃຫ້ປະຊາຊົນ ໄດ້ສະແດງອອກໃນທຸກຂົງເຂດຂອງຊີວິດວັດທະນະທໍາ-ສັງຄົມ. ປັດຈຸບັນ, ບັນດາໂຄງການປັບປຸງ, ເພີ່ມເຕີ່ມລັດຖະທໍາມະນູນ ປີ 2013 ລ້ວນແຕ່ບຸລິມະສິດສໍາຄັນໃຫ້ສິດຂອງມະນຸດ. ຫວຽດນາມໄດ້ເຂົ້າຮ່ວມ 7 ໃນຈໍານວນ ເອກະສານສິດທິມະນຸດສາກົນ 9 ສະບັບ. ແຕ່ປີ 2009 ມາເຖິງປັດຈຸບັນ, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາ ແລະປັບປຸງກົດໝາຍສຳຄັນ 25 ສະບັບ, ນັ້ນແມ່ນ ພື້ນຖານດ້ານນິຕິກໍາ ທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ແກ່ການເຄົາລົບ ແລະປະຕິບັດບັນດາສິດຂອງມະນຸດ. ນອກຈາກນັ້ນ, ລັດຖະບານຫວຽດນາມ ໄດ້ຮັບຮອງເອົາ ແລະປະຕິບັດ 41 ຍຸດທະສາດແຫ່ງຊາດ ແລະໂຄງການພັດທະນາເສດຖະກິດ-ສັງຄົມ, ໃນນັ້ນໃຫ້ບຸລິມະສິດບັນດາພາກສ່ວນຖືກສ່ຽງໄພສູງກວ່າໃນສັງຄົມ. ປະຈຸບັນ, ກົດໝາຍຫວຽດນາມໄດ້ຢືນຢັນວ່າ: ທຸກໆສິດຂອງຊົນເຜົ່າສ່ວນນ້ອຍ ໄດ້ກໍານົດຢູ່ໃນມາດຕາ 5 ຂອງລັດຖະທໍາມະນູນ.

ຫວຽດນາມກໍ່ນຳໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະຫວັດ ໃນຂົງເຂດສິດຂອງມະນຸດ ຕາມສົນທິສັນຍາສະຫະປະຊາຊາດ ກ່ຽວກັບສິດຂອງມະນຸດ. ນັບແຕ່ອະນຸມັດຜ່ານສົນທິສັນຍາສະຫະປະຊາຊາດກ່ຽວກັບສິດຂອງເດັກ, ຫວຽດນາມ ໄດ້ສ້າງ ແລະມານະພະຍາຍາມປະຕິບັດໂຄງການດໍາເນີນງານແຫ່ງຊາດ ເພື່ອເດັກນ້ອຍ, ກໍ່ຄືຍືດໝັ້ນໃນການປຸກລະດົມເພື່ອຍົກສູງຄວາມຮັບຮູ້ຂອງທຸກຊັ້ນຄົນໃນສັງຄົມກ່ຽວກັບສິດຂອງເດັກ. ລັດຖະບານຫວຽດນາມໄດ້ປະຕິບັດຄໍາໝັ້ນສັນຍາສຳຄັນ ຈໍານວນໜຶ່ງເພື່ອປົກປ້ອງສິດຂອງເດັກ ຄືສິດໄດ້ເບິ່ງແຍງ, ດູແລ, ຮໍ່າຮຽນ, ນຳໃຊ້ນໍ້າ ສະອາດ ແລະ ດໍາລົງຊີວິດໃນເງື່ອນໄຂອະນາໄມດີທີ່ສຸດ. ນີ້ແມ່ນຄວາມມານະພະຍາຍາມທີ່ໃຫຍ່ຫຼວງຂອງຫວຽດນາມເພື່ອຮັບປະກັນເດັກນ້ອຍໄດ້ດໍາລົງຊີວິດ ແລະພັດທະນາໃນສະພາບແວດລ້ອມທີ່ປອດໄສ ແລະປອດໄພ.

ຢູ່ຫວຽດນາມ, ມີຫຼາຍສະມາຄົມ, ສະຫະພັນ, ອົງການຈັດຕັ້ງໄດ້ເຄື່ອນໄຫວຕາມຫຼັກການຈະໄດ້ຮັບປະກັນທຸກຜົນປະໂຫຍດອັນຊອບທໍາຂອງພົນລະເມືອງຈາກລັດ, ໃນນັ້ນມີການສ້າງຕັ້ງສະມາຄົມ. ມາດຕາ 10 ຂອງລັດຖະທໍາມະນູນຫວຽດນາມ ປີ 1946 ໄດ້ກໍານົດວ່າ: “ພົນລະເມືອງຫວຽດນາມມີສິດເສລີພາບໃນການປາກເວົ້າ, ສິດເສລີໃນການພິມຈໍາໜ່າຍ, ສິດເສລີໃນການປະຊຸມ, ສິດເສລີໃນການເຊື່ອຖືສາສະໜາ, ສິດເສລີໃນການຢູ່ອາໄສ, ສິດເສລີໃນການໄປມາພາຍໃນ ແລະໄປຕ່າງປະເທດ”. ມາດຕາ 25 ຂອງລັດຖະທໍາມະນູນ ປີ 1959 ອີກເທື່ອໜຶ່ງຢືນຢັນວ່າ: “ພົນລະເມືອງຫວຽດນາມ ມີບັນດາສິດເສລີໃນການປາກເວົ້າ, ສື່ມວນຊົນ, ປະຊຸມ, ສ້າງຕັ້ງສະມາຄົມ ແລະຈັດການແຫ່ຂະບວນປະທ້ວງ. ລັດຮັບປະກັນບັນດາເງື່ອນໄຂດ້ານວັດຖຸ ທີ່ຈໍາເປັນ ເພື່ອໃຫ້ພົນລະເມືອງໄດ້ຊົມໃຊ້ບັນດາສິດນັ້ນ”. ມາດຕາ 67 ຂອງລັດຖະທໍາມະນູນ ປີ 1980 ໄດ້ກໍານົດວ່າ: ພົນລະເມືອງມີບັນດາສິດເສລີໃນການປາກເວົ້າ, ສື່ມວນຊົນ, ປະຊຸມ, ສ້າງຕັ້ງສະມາຄົມ ແລະສິດເສລີໃນການແຫ່ຂະບວນປະທ້ວງ ທີ່ເໝາະສົມກັບຜົນປະໂຫຍດຂອງສັງຄົມນິຍົມ ແລະຂອງປະຊາຊົນ.

ລັດສ້າງເງື່ອນໄຂທາງດ້ານວັດຖຸ ທີ່ຈໍາເປັນເພື່ອໃຫ້ພົນລະເມືອງນໍາໃຊ້ສິດດັ່ງກ່າວ”. ມາດຕາ 69 ຂອງລັດຖະທໍາມະນູນ ປີ 1992 ໄດ້ກໍານົດວ່າ: “ພົນລະເມືອງມີສິດເສລີໃນການປາກເວົ້າ, ສື່ມວນຊົນ, ສິດເສລີໄດ້ຮັບຂ່າວ, ສິດໄດ້ປະຊຸມ, ສິດສ້າງຕັ້ງສະມາຄົມ ແລະສິດແຫ່ຂະບວນປະທ້ວງຕາມການກໍານົດຂອງກົດໝາຍ”. ມາດຕາ 25 ຂອງລັດຖະທໍາມະນູນ ປີ 2013 ຢືນຢັນວ່າ: ພົນລະເມືອງມີສິດເສລີໃນການປາກເວົ້າ, ສິດເສລີຂອງສື່ມວນຊົນ, ສຳຜັດກັບຂໍ້ມູນຂ່າວສານ, ປະຊຸມ, ສ້າງຕັ້ງສະມາຄົມ ແລະສິດເສລີໃນການແຫ່ຂະບານປະທ້ວງ. ການປະຕິບັດບັນດາສິດນີ້ໂດຍກົດໝາຍກໍານົດ”.

ຫວຽດນາມຖືເປັນສໍາຄັນບົດບາດຂອງແມ່ຍິງໃນການຊີ້ນໍາ ແລະ ປົກຄອງປະເທດ. ເພື່ອໃຫ້ບັນລຸໄດ້ເປົ້າໝາຍເພີ່ມຈໍານວນສະມາຊິກສະພາແຫ່ງຊາດຍິງເຖິງ 35%, ໃນບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 14 ໄດ້ກໍານົດ ຈຳນວນສະມາຊິກສະພາແຫ່ງຊາດຍິງໃນໂຄງປະກອບຢ່າງໜ້ອຍສຸດແມ່ນກວມ35%.

ພາຍຫຼັງການປ່ອນບັດເລືອກຕັ້ງ ໃນວັນທີ 31 ມີນາ ປີ 2016, ທ່ານນາງ ຫງວຽນທິກິມເງິນ ໄດ້ກາຍເປັນປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຄົນໃໝ່. ເພິ່ນເປັນຜູ້ຍິງຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງເຂົ້າຢູ່ໃນຖານະສູງສຸດໃນປະຫວັດສາດ 70 ປີ ຂອງອົງການລັດຖະບັນຍັດສູງສຸດຫວຽດນາມ. ເຫດການນີ້ແມ່ນການຕໍ່ເນື່ອງຂອງບັນດາການປ່ຽນແປງໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ກໍ່ຄືຢືນຢັນຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ຫວຽດນາມ. ປະທານສະພາແຫ່ງຊາດແມ່ນ 1 ໃນຈໍານວນ 4 ຕຳແໜ່ງສູງສຸດໃນກົງຈັກລັດ. ທ່ານນາງປະທານສະພາແຫ່ງຊາດຫວັງວ່າຈະວາງອອກຫຼາຍຂໍ້ລິເລີ່ມເພື່ອເຮັດໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດສົມບູນແບບ ແລະ ສ້າງບາດກ້າວບຸກທະລຸ, ຕອບສະໜອງຄວາມມຸງມາດປາຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ມາເຖິງປະຈຸບັນ, ຫວຽດນາມໄດ້ປະກາດໃຊ້ ແລະຕັ້ງໜ້າປະຕິບັດຍຸດທະສາດປະຕິຮູບດ້ານຕຸລາການ ເຖິງປີ 2020 ເພື່ອສ້າງກອບນິຕິກໍາໃຫ້ແກ່ການປະຕິບັດບັນດາສິດຂອງມະນຸດໃນສະພາບຕົວຈິງ ເພື່ອຮັບປະກັນຊີວິດເສລີພາບ, ຍຸຕິທໍາ ແລະມີຄວາມຜາສຸກໃຫ້ແກ່ທຸກໆຄົນ.

 

ແປໂດຍ: ຮວ່າງເຈື່ອງ