ມອບລາງວັນໃຫ້ບຸກຄົນທີ່ລະເມີດກົດໝາຍຫວຽດນາມ ແມ່ນການກະທໍາທີ່ຂາດພາວະວິໄສ
ກປ.ອອນໄລ - ວັນທີ 18 ກຸມພາ, ເມື່ອຕອບຄໍາຖາມຂອງນັກຂ່າວ ທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງກະຊວງການຕ່າງປະເທດ ການາດາ ແລະອັງກິດ ໄດ້ມອບລາງວັນເສລີທາງສື່ມວນຊົນ ໃຫ້ແກ່ເປົ້າໝາຍທີ່ລະເມີດກົດໝາຍຫວຽດນາມ ຟ້າມທິດວານຈາງ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີ້ແຈ້ງວ່າ:
    |
 |
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: dangcongsan.vn |
“ຄືທີ່ໄດ້ຢັ້ງຢືນຫຼາຍຄັ້ງແລ້ວວ່າ, ລັດຫວຽດນາມ ຍາມໃດກໍເອົາໃຈໃສ່ປົກປ້ອງ ແລະຊຸກຍູ້ບັນດາສິດເສລີໂດຍພື້ນຖານຂອງມະນຸດ, ໃນນັ້ນມີສິດເສລີໃນການປາກເວົ້າ, ສິດເສລີທາງສື່ມວນຊົນ ແລະສິດເຂົ້າເຖິງຂໍ້ມູນຂ່າວສານ. ສິ່ງນີ້ໄດ້ລະບຸໄວ້ໃນລັດຖະທໍາມະນູນ ແລະບັນດາເອກະສານນິຕິກໍາທີ່ກ່ຽວຂ້ອງ, ເຊິ່ງໄດ້ຜັນຂະຫຍາຍປະຕິບັດໃນຊີວິດດ້ານການເມືອງ, ເສດຖະກິດ, ສັງຄົມຕົວຈິງຂອງຫວຽດນາມ ແລະໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການພັດທະນາຢ່າງແຮງຂອງສື່ມວນຊົນ ຫວຽດນາມ ໃນໄລຍະຜ່ານມາ.
ຟ້າມທິດວານຈາງ ຖືກຈັບຂັງ ແລະພິພາກສາ ຍ້ອນມີບັນດາການກະທໍາທີ່ລະເມີດກົດໝາຍຫຼາຍເທື່ອ, ຮ້າຍແຮງ, ຕິດຕໍ່ພົວພັນກັບບັນດາອົງການຈັດຕັ້ງ ແລະບຸກຄົນຢູ່ຕ່າງປະເທດ, ພິມຈໍາໜ່າຍສື່ສິ່ງພິມທີ່ມີເນື້ອໃນໂຄສະນາ, ແນະນໍາ, ຍຸແຫຍ່ບັນດາການເຄື່ອນໄຫວເພື່ອແນໃສ່ໂຄ່ນລົ້ມອໍານາດການປົກຄອງປະຊາຊົນຢ່າງຜິດກົດໝາຍ. ນີ້ແມ່ນການກະທໍາທີ່ອັນຕະລາຍຕໍ່ສັງຄົມ.
ພວກຂ້າພະເຈົ້າ ຖືວ່າ ເລື່ອງກະຊວງການຕ່າງປະເທດການາດາ ແລະອັງກິດ ມອບລາງວັນໃຫ້ແກ່ບຸກຄົນທີ່ລະເມີດກົດໝາຍຫວຽດນາມ ແມ່ນການກະທໍາທີ່ຂາດພາວະວິໄສ, ບໍ່ສອດຄ່ອງ ແລະບໍ່ມີຜົນປະໂຫຍດໃຫ້ແກ່ການພັດທະນາການພົວພັນສອງຝ່າຍກັບຫວຽດນາມ”.
ໂດຍ: ກວຽດເຕິມ