ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຮ່ວມມືຫຼາຍດ້ານກັບໄທ
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານກັບໄທ; ເນັ້ນໜັກວ່າ ເລື່ອງສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນເຫດການປະຫວັດສາດ, ເປີດໜ້າປະຫວັດສາດໃໝ່ໃນການພົວພັນສອງປະເທດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງສອງປະເທດໃນໄລຍະໃໝ່.
    |
 |
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ. ພາບ: ຟ້າມຮືງ |
ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງບາງຈຸດສຸມໃຫ້ການຮ່ວມມື ຫວຽດນາມ-ໄທ ໃນໄລຍະຈະມາເຖິງ, ຄື: ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ຖືນີ້ແມ່ນເສົາຄໍ້າສຳຄັນການຮ່ວມມືສອງຝ່າຍ; ເປີດກວ້າງການຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ເສດຖະກິດດີຈີຕອນ ແລະນະວັດຕະກໍາ ກໍ່ຄືສົ່ງເສີມນັກລົງທຶນດຳເນີນທຸລະກິດຢູ່ແຕ່ລະປະເທດ; ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ກົນໄກຫຼາຍຝ່າຍໃນພາກພື້ນ ແລະໃນຂອບເຂດການຮ່ວມມືແມ່ນ້ຳຂອງ...
ສ່ວນທ່ານນາງ ແພທອງທານ ຊິນນະວັດ ໄດ້ເຫັນດີເປັນເອກະພາບສູງຕໍ່ຂໍ້ສະເໜີຂອງທ່ານເລຂາທິການໃຫຍ່ ໂຕເລິມ; ພ້ອມທັງໃຫ້ຮູ້ວ່າ ຈະຊີ້ນຳບັນດາອົງການທີ່ກ່ຽວຂ້ອງຂອງ ໄທ ປະສານສົມທົບກັບຝ່າຍຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍທິດທາງການຮ່ວມມືໃຫຍ່, ສໍາຄັນທີ່ສອງຝ່າຍໄດ້ຕົກລົງ.
* ຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານປະເທດ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ.
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືຫຼາຍດ້ານກັບໄທ; ຕີລາຄາສູງໝາກຜົນກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ ປະສົບຜົນສໍາເລັດ, ເປັນຕົ້ນແມ່ນເລື່ອງສອງຝ່າຍໄດ້ປະກາດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ເປີດໄລຍະຮ່ວມມືໃໝ່ລະຫວ່າງສອງປະເທດນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນກວ່າ.
ທ່ານປະທານປະເທດ ເລືອງເກື່ອງ ສະເໜີສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາເນື້ອໃນຂອງກອບການພົວພັນໃໝ່ຢ່າງມີປະສິດທິຜົນ, ໃນນັ້ນເປີດກວ້າງການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງທຸກຂັ້ນ; ຮັກສາກົນໄກກອງປະຊຸມຄະນະລັດຖະບານຮ່ວມ ແລະກົນໄກຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ, ເປັນຕົ້ນແມ່ນອາຊຽນ, ສະຫະປະຊາຊາດ, APEC...
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ໄທ. ພາບ: ຟ້າມຮືງ |
ການນຳສອງທ່ານ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຜົນງານການຮ່ວມມືອັນພົ້ນເດັ່ນລະຫວ່າງສອງປະເທດໃນທຸກຂົງເຂດໃນໄລຍະຜ່ານມາ; ເຫັນດີເປັນເອກະພາບຖືວ່າ ສອງຝ່າຍຄວນເສີມຂະຫຍາຍຄວາມສາມາດບົ່ມຊ້ອນການຮ່ວມມືຢ່າງມີປະສິດທິຜົນ, ໃນນັ້ນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ອຳນວຍຄວາມສະດວກ ແລະໜູນຊ່ວຍວິສາຫະກິດສອງປະເທດເພີ່ມທະວີການລົງທຶນຢູ່ແຕ່ລະປະເທດ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ເປີດຖ້ຽວບິນເຊື່ອມຕໍ່ບັນດາທ້ອງຖິ່ນຂອງສອງປະເທດຕື່ມອີກ.
ເປີດໜ້າປະຫວັດສາດໃໝ່ໃນການພົວພັນ ຫວຽດນາມ-ໄທ
ຕອນເຊົ້າວັນທີ 16 ພຶດສະພາ, ທີ່ທໍານຽບປະທານປະເທດ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ. ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານ ໄດ້ດຳເນີນການພົບປະເຈລະຈາ ແລະເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ.
    |
 |
ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ. ພາບ: baochinhphu.vn |
ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ ແລະເປີດກວ້າງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະຍຸຕິທຳ; ໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ຢືນຢັນຄືນໃໝ່ຄຳໝັ້ນສັນຍາບໍ່ປະໃຫ້ສ່ວນບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ.
ໃນການຮ່ວມມືດ້ານເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບສູ້ຊົນນໍາວົງເງິນການຄ້າບັນລຸ 25 ຕື້ໂດລາສະຫະລັດ ໃນໄລຍະຈະມາເຖິງ. ສອງຝ່າຍໃຫ້ຄຳໝັ້ນສັນຍາອຳນວຍຄວາມສະດວກໃຫ້ວິສາຫະກິດສອງປະເທດເຂົ້າເຖິງຕະຫຼາດຂອງກັນ, ເປີດກວ້າງການລົງທຶນ, ເປັນຕົ້ນແມ່ນໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ພະລັງງານສະອາດ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ນະວັດຕະກໍາ, ກະສິກຳເຕັກໂນໂລຢີສູງ; ເພີ່ມທະວີການຮ່ວມມືດ້ານແຮງງານ, ນຳໃຊ້ວິທະຍາສາດ-ເຕັກໂນໂລຢີ, ນະວັດຕະກໍາ… ສອງຝ່າຍກໍ່ເຫັນດີເປັນເອກະພາບຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຢ່າງແຮງກວ່າ; ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງປະເທດນີ້ດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ປະເທດຂອງກັນ.
ສຳລັບການຮ່ວມມືພາກພື້ນ ແລະສາກົນ, ສອງຝ່າຍຖືວ່າ ໃນສະພາບການພາກພື້ນ, ໂລກມີການຜັນແປຢ່າງສັບສົນ, ສອງປະເທດຈະເພີ່ມທະວີການສົມທົບ, ແລກປ່ຽນກ່ຽວກັບບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນເອກະພາບໃນຫຼາຍຮູບຫຼາຍແບບຂອງອາຊຽນ ແລະຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ຊຸກຍູ້ຮັບຮອງເອົາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ໂດຍໄວ.
ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະໄທ; ເປັນສັກຂີພິຍານພິທີມອບ-ຮັບເອກະສານຮ່ວມມື; ຈັດຕັ້ງກອງປະຊຸມຂ່າວປະກາດໝາກຜົນຂອງກອງປະຊຸມ.
* ຕອນບ່າຍວັນດຽວກັນ, ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ໄດ້ເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ໄທ ດ້ວຍຫົວຂໍ້ “ໜຶ່ງບວກໜຶ່ງໃນສາມການເຊື່ອມຕໍ່”.
ໂດຍ: ເຈິ່ນຮວ່ຽນ