leftcenterrightdel
ສະຫາຍ Miguel Díaz-Canel Bermúdez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ຕ້ອນຮັບສະຫາຍ ຫງວຽນຊວນຖັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ. ພາບ: ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນທີ່ການຕ້ອນຮັບ, ສະຫາຍ Miguel Díaz-Canel Bermúdez, ເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດແຫ່ງ ສາທາລະນະລັດ ກູບາ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະແມ່ນທັນການເພື່ອສອງຝ່າຍແລກປ່ຽນກ່ຽວກັບສິ່ງທ້າທາຍຂອງແຕ່ລະປະເທດ ແລະສິ່ງທ້າທາຍລວມ, ສະແດງໃຫ້ເຫັນວ່າ ການນຳຂັ້ນສູງສອງພັກຖືເປັນສຳຄັນການຮັກສາການເຈລະຈາຂັ້ນສູງ, ເພີ່ມທະວີການແລກປ່ຽນທິດສະດີ, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ສະຫາຍ Miguel Díaz-Canel Bermúdez ຢືນຢັນວ່າ ການພົວພັນ ກູບາ-ຫວຽດນາມ ເປັນແບບຢ່າງ, ມີໜຶ່ງບໍ່ມີສອງ, ໄດ້ຮັບການກໍ່ສ້າງ ແລະເພີ່ມພູນຄູນສ້າງບົນພື້ນຖານແບ່ງປັນຫຼາຍຄຸນຄ່າທີ່ຄ້າຍຄືກັນ, ພິເສດແມ່ນຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບເຊິ່ງກັນ ແລະກັນ, ໄດ້ທົດສອບໃນຕະຫຼອດປະຫວັດສາດ 65 ປີ; ສະແດງຄວາມເຫັນດີເປັນເອກະພາບວ່າ, ສອງພັກ, ສອງລັດ ສະຫງວນບຸລິມະສິດສູງໃຫ້ການປັບປຸງ ແລະເປີດກວ້າງການພົວພັນມິດຕະພາບແບບພິເສດລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

ໃນການພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ນຳໂດຍສະຫາຍ Roberto Morales Ojeda, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ, ສອງຝ່າຍໄດ້ເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ພິເສດແມ່ນບົດຮຽນນຳພາ, ຄຸ້ມຄອງເສດຖະກິດ-ສັງຄົມ ໃນຂະບວນການກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງແຕ່ລະພັກໃນປີ 2026; ເສີມຂະຫຍາຍບົດບາດຂອງສອງພັກກອມມູນິດ ກຳອຳນາດ ໃນການກຳນົດທິດ ແລະຊຸກຍູ້ບັນດາຂໍ້ຕົກລົງຂັ້ນສູງ, ໂຄງການຮ່ວມມືລະຫວ່າງສອງປະເທດ.

ໂດຍ: ເຈິ່ນຮວ່ຽນ