ນາຍົກລັດຖະມົນຕີໄທ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ, ພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ແພທອງທານ ຊິນະວັດ ແລະສອງທ່ານ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ, ກໍ່ຄືເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ໄທ.
    |
 |
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: vov.vn |
ຕອນຄ່ຳວັນທີ 16 ພຶດສະພາ, ທ່ານນາງ ແພທອງທານ ຊິນະວັດ ນາຍົກລັດຖະມົນຕີໄທ ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ ໃນລະຫວ່າງວັນທີ 15-16 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ໃນເວລາຢ້ຽມຢາມຫວຽດນາມ, ທ່ານນາງ ແພທອງທານ ຊິນະວັດ ນາຍົກລັຖະມົນຕີໄທ ໄດ້ເຂົ້າອາໄລຫາຢູ່ສຸສານປະທານໂຮ່ຈີມິນ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ໄດ້ພົບປະກັບທ່ານນາງ ແພທອງທານ ຊິນະວັດ ນາຍົກລັດຖະມົນຕີໄທ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ, ພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ແພທອງທານ ຊິນະວັດແລະສອງທ່ານ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ຄະນະລັດຖະບານຮ່ວມ ຫວຽດນາມ-ໄທ, ກໍ່ຄືເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-ໄທ. ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ ແລະຍົກລະດັບການພົວພັນ ຫວຽດນາມ-ໄທ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ