ທີ່ການຕ້ອນຮັບ, ທ່ານນາງ Katerina Konecna ປະທານພັກກອມມູນິດ ເຊັກ - Morava ໄດ້ຢືນຢັນເຖິງນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກກອມມູນິດ ເຊັກ - Morava ແມ່ນຊຸກຍູ້ການພົວພັນທີ່ເປັນມູນເຊື້ອກັບບັນດາພັກກອມມູນິດ, ຝ່າຍຊ້າຍ ແລະບັນດາກຳລັງກ້າວໜ້າໃນທົ່ວໂລກ, ໃນນັ້ນ ພັກກອມມູນິດຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າ.

leftcenterrightdel
ທ່ານ ເຢືອງຮວ່າຍນາມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເຊັກ ແລະທ່ານນາງ Katerina Konecna ປະທານພັກກອມມູນິດ ເຊັກ - Morava (KSCM). ພາບ: vov.vn

ທ່ານນາງປະທານພັກກອມມູນິດ ເຊັກ - Morava ຕີລາຄາວ່າ: ການພົວພັນຮ່ວມມືລະຫວ່າງສອງພັກໄດ້ພັດທະນາຢ່າງດີງາມດ້ວຍການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນທຸກຂັ້ນໃນຫຼາຍປີຜ່ານມາ; ເນັ້ນໜັກວ່າ ການຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳຈະປະກອບສ່ວນຮັດແໜ້ນສາຍພົວພັນທີ່ເປັນມູນເຊື້ອລະຫວ່າງສອງພັກ; ສະເໜີໃຫ້ອົງການທີ່ເປັນກະບອກສຽງຂອງສອງພັກເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນໃນວຽກງານໂຄສະນາເຜີຍແຜ່ການພົວພັນຕ່າງປະເທດໃນຊ່ອງທາງພັກ; ພ້ອມດຽວກັນນັ້ນ ທ່ານນາງກໍ່ໄດ້ສະແດງຄວາມພ້ອມໃນການຕ້ອນຮັບ, ໜູນຊ່ວຍຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມບັນດາທ້ອງຖິ່ນຂອງ ສ. ເຊັກ.

ທ່ານເອກອັກຄະລັດຖະທູດ ເຢືອງຮວ່າຍນາມ ແຈ້ງໃຫ້ຊາບກ່ຽວກັບເລື່ອງສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 – 2025) ດ້ວຍບັນດາເຫດການທີ່ມີຊີວິດຊີວາຂອງສາຍພົວພັນທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານ; ທ່ານຫວັງວ່າ ພັກກອມມູນິດເຊັກ - Morava ຈະຕັ້ງໜ້າຕອບສະໜອງ, ສົມທົບກັນຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍນີ້.

ໂດຍ: ຈາງຫງວຽນ