ໃນຂອບເຂດການຢ້ຽມຢາມ, ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ໄດ້ມີການພົບປະເຈລະຈາກັບທ່ານ Kwaku Ampratwum Sarpong, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການເຊື່ອມໂຍງພາກພື້ນ, ພົບປະກັບທ່ານ Bryan Acheampong ລັດຖະມົນຕີກະຊວງສະບຽງອາຫານ ແລະກະສິກໍາ, ທ່ານນາງ Nana Ama Dokua Asiamah-Adjei ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ, ທ່ານ Clement Osei Amoako ຫົວໜ້າຫ້ອງການການຄ້າ ແລະອຸດສາຫະກໍາ.

leftcenterrightdel

ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພົບປະເຈລະຈາກັບທ່ານ Kwaku Ampratwum Sarpong ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະການເຊື່ອມໂຍງພາກພື້ນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະຄັ້ງຕ່າງໆ, 2 ຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນອັນຕັ້ງໜ້າທີ່ບັນລຸໄດ້ໃນການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງ ຫວຽດນາມ ແລະການາ, ພິເສດແມ່ນດ້ານເສດຖະກິດ. ປະຈຸບັນ ການາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ພາກພື້ນ ອາຟຣິກາ ຕາເວັນຕົກ ດ້ວຍວົງເງິນການຄ້າສອງຝ່າຍໃນປີ 2023 ບັນລຸ 733 ລ້ານ ໂດລາສະຫະລັດ. ເຖິງຢ່າງໃດກໍ່ຕາມ, ບັນດາໝາກຜົນດັ່ງກ່າວຍັງຈຳກັດຢູ່, ບໍ່ສົມກັບຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ແລະຄວາມປາດຖະໜາຂອງ 2 ປະເທດ.

ບົນພື້ນຖານນັ້ນ, ທີ່ການພົບປະເຈລະຈາ, ຮອງລັດຖະມົນຕີການຕ່າງປະເທດ ສອງປະເທດ ຍັງໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບກ່ຽວກັບຫຼາຍມາດຕະການທີ່ລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ.., ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຄະນະຜູ້ແທນຂັ້ນສູງ, ສືບຕໍ່ສົມທົບ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນທີ່ສຳຄັນຄື: ສະຫະປະຊາຊາດ, ສະຫະພາບອາຟຣິກາ (AU), ປະຊາຄົມເສດຖະກິດບັນດາປະເທດ ອາຟຣິກາ ຕາເວັນຕົກ (ECOWAS), ຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການລົງນາມໃນສັນຍາຮ່ວມມື 2 ຝ່າຍ, ເພີ່ມທະວີການສົມທົບກັນລະຫວ່າງກະຊວງການຕ່າງປະເທດ 2 ປະເທດ, ເປັນອົງການຈຸດສຸມໃນການຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ການາ.

ກ່ຽວກັບດ້ານເສດຖະກິດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ບັນດາວິສາຫະກິດຂອງສອງປະເທດເພີ່ມທະວີການເຊື່ອມຕໍ່, ພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ກາລະໂອກາດການລົງທຶນ ແລະດຳເນີນທຸລະກິດ, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນສົ່ງອອກຕົ້ນຕໍຂອງສອງປະເທດ, ພິເສດແມ່ນເຂົ້າສານ, ໝາກມ່ວງຫິມະພານ ແລະການຂະຫຍາຍໄປສູ່ສິນຄ້າສົ່ງອອກປະເພດຕ່າງໆ.

ໂດຍ: ຈາງຫງວຽນ