ຕາງໜ້າບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ ປະຈຳ ຮ່າໂນ້ຍ, ທ່ານ Pengiran Haji Sahari bin Pengiran Haji Salleh, ເອກອັກຄະລັດຖະທູດບຣູໄນ ຊົມເຊີຍທ່ານ ຫງວຽນຊວນຟຸກ ທ່ີໄດ້ຮັບຄວາມເຊື່ອໝັ້ນຈາກພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງໃໝ່. ທ່ານເອກອັກຄະລັດຖະທູດ ຕີລາຄາສູງບັນດາຜົນງານກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການຄວບຄຸມໂລກພະຍາດຂອງຫວຽດນາມ ໃນໄລຍະຜ່ານມາ ແລະເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງໃນໄລຍະຈະມາເຖິງ, ຍົກສູງຖານະບົດບາດຢູ່ພາກພື້ນ ແລະເວທີສາກົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ແລະເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາຊຽນ. ພາບ: ດວ່ານຫວຽດ.

ທ່ານ ຫງວຽນຊວນຟຸກ ສະແດງຄວາມຕື້ນຕັນໃຈຕໍ່ອາລົມຈິດຈິງໃຈຂອງການນຳບັນດາປະເທດອາຊຽນ ທີ່ສະຫງວນໃຫ້ຫວຽດນາມ ເວົ້າລວມ ແລະປະທານປະເທດເວົ້າສະເພາະ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ເຂົ້າຮ່ວມການຮ່ວມມືອາຊຽນ ຍາມໃດກໍ່ແມ່ນໜຶ່ງໃນບັນດາບູລິມະສິດພົວພັນຕ່າງປະເທດສຳຄັນຂອງຫວຽດນາມ ແລະການພົວພັນມິດຕະພາບການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດໃນອາຊຽນ ໄດ້ກາຍເປັນພື້ນຖານຈຳເປັນໃນການພົວພັນສອງຝ່າຍຂອງຫວຽດນາມ. ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ຈິດໃຈສະໜິດຕິດພັນ ແລະເປັນເຈົ້າການຮັບມືໄດ້ຊ່ວຍໃຫ້ອາຊຽນ ຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປີ 2020, ໂດຍສະເພາະແມ່ນບັນດາຜົນກະທົບຈາກພະຍາດໂຄວິດ-19 ຕໍ່ກັບຊີວິດການເປັນຢູ່ດ້ານເສດຖະກິດ-ສັງຄົມໃນພາກພື້ນ.

ບົນຈິດໃຈນີ້, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ບົນຈິດໃຈສາມັກຄີ, ສະໜິດຕິດພັນ, ຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ເຊີດຊູບົດບາດໃຈກາງຂອງອາຊຽນ ມີຄວາມໝາຍສຳຄັນໃນການຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ສິ່ງທ້າທາຍມຸ່ງໄປເຖິງປະຊາຄົມອາຊຽນ ໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນ. ທ່ານປະທານປະເທດ ໃຫ້ຄຳໝັ້ນສັນຍາວ່າ ໃນຖານະຕຳແໜ່ງໃໝ່, ທ່ານຈະສືບຕໍ່ເພີ່ມພູນຄູນສ້າງໃຫ້ນ້ຳໃຈມິດຕະພາບ, ການພົວພັນຮ່ວມມື, ຄວາມສະໜິດຕິດພັນລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກຂອງອາຊຽນ. ປະຕິບັດວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະສົບຜົນສຳເລັດ, ປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ ແລະບຸນ Ramadan ຂອງບັນດາປະເທດອິດສະລາມໃນອາຊຽນ, ທ່ານ ຫງວຽນຊວນຟຸກ ສົ່ງພອນໄຊອັນປະເສີດເຖິງປະຊາຊົນບັນດາປະເທດນີ້.

ໂດຍ: ແສງເດືອນ