ຈໍານວນຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດແມ່ນ 1.587 ຄົນ ທີ່ຕາງໜ້າໃຫ້ສະມາຊິກພັກ 5,1 ຄົນໃນທົ່ວປະເທດ. ກອງປະຊຸມຈັດກຽມໄດ້ຮັບຮອງເອົາລາຍການເຮັດວຽກຂອງວາລະຈັດກຽມ, ກົດລະບຽບເຮັດວຽກ, ລາຍການເຮັດວຽກ, ກົດລະບຽບການເລືອກຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIII ແລະບົດລາຍງານກວດກາຖານະນາມຂອງຜູ້ແທນ; ດໍາເນີນການເລືອກຕັ້ງຄະນະປະທານ, ຄະນະເລຂາ, ຄະນະກວດກາຖານະນາມຂອງຜູ້ແທນ.

ພາຍຫຼັງວາລະຈັດກຽມ, ບັນດາຜູ້ແທນໄດ້ດໍາເນີນການຄົ້ນຄວ້າເອກະສານກອງປະຊຸມໃຫຍ່ ສະບັບຕ່າງໆ, ລວມມີບົດລາຍງານຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່ ຄັ້ງທີ XIII, ບົດລາຍງານທົບທວນຄືນການຊີ້ນໍານໍາພາຂອງສູນກາງພັກ ຊຸດທີ XII...

leftcenterrightdel
ບັນດາການນໍາພັກ, ລັດ ພ້ອມກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກວາງພວງມາລາ ແລະເຂົ້າສຸ້ສານໄວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn.
leftcenterrightdel
ຄະນະຜູ້ແທນກອງທັບເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XIII  ຂອງພັກ ວາງພວງມາລາ ແລະເຂົ້າສຸ້ສານໄວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn.

ກ່ອນທີ່ໄຂວາລະຈັດກຽມ, ບັນດາການນໍາພັກ, ລັດ ແລະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທ່ົວປະເທດ ຄັ້ງທີ XIII  ຂອງພັກ ໄດ້ວາງພວງມາລາ, ເຂົ້າສຸ້ສານໄວ້ອາໄລປະທານໂຮ່ຈີມິນ.

leftcenterrightdel
 
leftcenterrightdel
ບະບວນລົດຂອງຜູ້ແທນ ໄປສູ່ຫໍປະຊຸມແຫ່ງຊາດໝີ໊ດິ່ງ (ຮ່າໂນ້ຍ).

ວັນທີ 26 ມັງກອນ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຈະໄຂຂຶ້ນຢ່າງເປັນທາງການ. 

ໂດຍ: ທູຈາງ