ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຄັ້ງທີ 21, ດ້ວຍບົດບາດເປັນປະທານຮ່ວມພ້ອມກັບລັດຖະມົນຕີການຕ່າງປະເທດຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ, ທ່ານ ຟ້າມບິ່ງມິງ ໄດ້ແບ່ງປັນການຕີລາຄາລວມຂອງອາຊຽນ ກ່ຽວກັບການປະກອບສ່ວນຢ່າງຕັ້ງໜ້າຂອງກົນໄກຮ່ວມມືອາຊຽນ+3 ໃນໄລຍະຜ່ານມາ, ພິເສດແມ່ນໃນການນໍາປະເທດຕ່າງໆຜ່ານຜ່າວິກິດການໃນປະຫວັດສາດ; ທ່ານໃຫ້ຂໍ້ສັງເກດວ່າ ໄລຍະນີ້ແມ່ນຈຸດເວລາເພື່ອໃຫ້ກົນໄກອາຊຽນ+3 ໄດ້ພິສູດໃຫ້​ເຫັນຄຸນຄ່າ ແລະກຳລັງຄວາມສາມາດໃນການຮັບມືກັບພະຍາດໂຄວິດ-19.

leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ+3 ຄັ້ງທີ 21. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຟ້າມບິ່ງມິງ ສະເໜີໃຫ້ບັນດາປະເທດຈີນ, ຍີ່ປຸ່ນ, ສ. ເກົາຫຼີ ສືບຕໍ່ສົມທົບກັນພ້ອມກັບອາຊຽນ ໃນທ່າຮ່ວມມືທີ່ມີຢູ່ແລ້ວ, ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນໃນການຄວບຄຸມ ແລະຕ້ານພະຍາດ, ຫຼຸດຜ່ອນຜົນກະທົບ ແລະນໍາພາກພື້ນໃຫ້ຟື້ນຕົວແບບຍືນຍົງ.

ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ+3 ເຫັນດີເປັນເອກະພາບສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາ ທີ່ກອງປະຊຸມສຸດຍອດສະໄໝພິເສດອາຊຽນ+3 ກ່ຽວກັບການຮັບມືກັບພະຍາດໂຄວິດ-19. ບັນດາລັດຖະມົນຕີກໍ່ໃຫ້ຄໍາໝັ້ນສັນຍາເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງດ້ານສະບຽງອາຫານ ຜ່ານກອງທຶນສະສົມເຂົ້າສານສຸກເສີນອາຊຽນ+3 (APTERR), ຫັນປ່ຽນດີຈີຕອນ, ເຮັດໃຫ້ການເງິນ ແລະເສດຖະກິດໃນພາກພື້ນມີສະຖຽນລະພາບຜ່ານການຫັນຂໍ້ລິເລີ່ມຊຽງໃໝ່ (CMIM), ການແພດເປັນຫຼາຍຝ່າຍ… ບັນດາປະເທດຢັ້ງຢືນວ່າຈະຕັດສິນໃຈສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໂດຍໄວ, ເພີ່ມທະວີໜູນຊ່ວຍພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ.

ໂດຍ: ຈາງຫງວຽນ