ວັນທີ 17 ມັງກອນ, ທ່ານ Sarah Sanders ໂຄສົກທໍານຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກເລີກແຜນການເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) ເຊິ່ງຈະດໍາເນີນຢູ່ Davos, ປະເທດສະວິດໃນອາທິດໜ້າ, ຍ້ອນຍັງບໍ່ທັນແກ້ໄຂໄດ້ສະພາບການລັດຖະບານປິດປະຕູການເຄື່ອນໄຫວສ່ວນໜຶ່ງ ແລະບັນດາຄວາມຂັດແຍ້ງກັບສະພາແຫ່ງຊາດ. ທ່ານນາງ Sanders ຊີ້ແຈ້ງວ່າ: “ພາຍຫຼັງຄິດໄລ່ຊັ່ງຊາເລື່ອງຊາວຜູ້ອອກແຮງງານ ອາເມລິກາ 800.000 ຄົນບໍ່ໄດ້ຮັບເງິນເດືອນ ແລະເພື່ອຮັບປະກັນຖັນແຖວພາລະກອນທີ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການທີ່ຈໍາເປັນ, ທ່ານປະທານາທິບໍດີ Donald Trump ໄດ້ຍົກເລີກແຜນການເຂົ້າຮ່ວມ WEF Davos”. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ແຈ້ງໃຫ້ຊາບວ່າ ທ່ານຈະບໍ່ເຂົ້າຮ່ວມ WEF ປີນີ້ ຢູ່ ສະວິດ ຖ້າຫາກປະເທດນີ້ແກ້ໄຂສະພາບການລັດຖະບານປິດປະຕູການເຄື່ອນໄຫວສ່ວນໜຶ່ງບໍ່ໄດ້ຍ້ອນການຂັດແຍ້ງທີ່ກ່ຽວຂ້ອງເຖິງການກໍ່ສ້າງກໍາແພງຊາຍແດນ ອາເມລິກາ - ເມັກຊີໂກ.

ແຫຼ່ງຄັດຈາກ: vovworld.vn.