leftcenterrightdel
ທ່ານປະທານາທິບໍດີ ຝະລັ່ງ Emmanuel Macron. ພາບ: ສໍານັກຂ່າວສານຫວຽດນາມ

ໃນຊຸມອາທິດຈະມາເຖິງ, ຝະລັ່ງ ແລະ ຕວກກີ ຈະຮ່ວມມືເພື່ອຍົກເອົາວິວັດທະນາການທາງການທູດອອກເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາເກືອບ 7 ປີຜ່ານມາຢູ່ ຊີຣີ. ນີ້ແມ່ນຖະແຫຼງການໂດຍຫ້ອງວ່າການຂອງທ່ານປະທານາທິບໍດີ ຝະລັ່ງ Emmanuel Macron ຍົກອອກມາໃນວັນທີ 4 ກຸມພາ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງການນຳ 2 ປະເທດ. ແຈ້ງການຈາກວັງ Elysee ໃຫ້ຮູ້ວ່າ: ປະທານາທິບໍດີ 2 ທ່ານ ເຫັນດີເປັນເອກະສັນໃນຊຸມອາທິດຈະມາເຖິງຈະພ້ອມກັນປຶກສາຫາລືກ່ຽວກັບວິວັດການທາງການທູດສຳລັບການປະທະກັນຢູ່ ຊີຣີ. ເພື່ອບັນລຸໄດ້ວິວັດການນີ້, ບັນດາການປຶກສາຫາລືລະຫວ່າງ ຝະລັ່ງ ແລະ ຕວກກີ ຈະໄດ້ຮັບການເພີ່ມທະວີໃນຊຸມວັນຈະມາເຖິງ. 2 ຝ່າຍລ້ວນແຕ່ຫວັງວ່າ ສປຊ ຈະຕິດຕາມກວດກາມາດຕະການຕົ້ນຕໍນີ້.

 

ແຫຼ່ງຄັດຈາກ: vovworld.vn