ທີ່ການພົບປະ, ທ່ານ Mauricio Macri  ໃຫ້ຮູ້ວ່າ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 5 ຂອງອາກຊັງຕິນໃນໂລກ ແລະອັນດັບທີ 2 ຢູ່ອາຊີ. ຕາມທ່ານ Mauricio Macri, ຫວຽດນາມ ຄວນຜະລິດສະບຽງອາຫານໃຫ້ຫຼາຍກວ່າອີກ. ອາກຊັງຕິນ ມີປະສົບການຫຼາຍໃນຂົງເຂດນີ້ດ້ວຍເຕັກໂນໂລຢີທີ່ທັນສະໄໝໃນຂົງເຂດກະສິກໍາ. ນອກຈາກຂົງເຂດກະສິກໍາແລ້ວ, ທ່ານ Mauricio Macri ຍັງສະແດງຄວາມຫວັງວ່າ, ສອງຝ່າຍສາມາດພັດທະນາການຮ່ວມມືດ້ານການແພດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ໂທລະຄົມມະນາຄົມກວ່າອີກ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Mauricio Macri ປະທານາທິບໍດີ ສ. ອາກຊັງຕິນ. ພາບ: ຮ໋ຽວຫງວຽນ. 

ທ່ານ ຫງວຽນຊວນຟຸກ ສະເໜີສອງຝ່າຍສືບຕໍ່ຮັກສາ, ຍົກສູງປະສິດທິພາບຂອງບັນດາກົນໄກຄະນະກໍາມະການລະຫວ່າງລັດຖະບານ ແລະປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດສອງປະເທດເປັນປະຈໍາ, ໃນນັ້ນຕ້ອງຜ່ານຄະນະກໍາມະການລະຫວ່າງລັດຖະບານ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າການລົງທຶນ, ກະສິກໍາ, ວິທະຍາສາດເຕັກໂນໂລຢີ, ຜັນຂະຫຍາຍໝາກຜົນກອງປະຊຸມຄັ້ງທີ VI ຂອງຄະນະກໍາມະການລະຫວ່າງລັດຖະບານ ໃນເດືອນ ຕຸລາ 2018.

ສອງຝ່າຍສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການສືບຕໍ່ເຈລະຈາ, ເຊັນບັນດາຂໍ້ຕົກລົງຮ່ວມມືກ່ຽວກັບການຕ້ານການເສຍພາສີຊ້ອນ, ປ້ອງກັນການຄ້າ; ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ເພື່ອປັບປຸງກອບນິຕິກໍາສ້າງຄວາມສະດວກໃຫ້ແກ່ການຮ່ວມມືສອງຝ່າຍເທື່ອລະກ້າວ.

ໂດຍ: ໄຊຊະນະ