ທ່ານ ເຈິ່ນດ້າຍກວາງ ຕີລາຄາສູງເລື່ອງສານປະຊາຊົນສູງສຸດສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກ່ຽວກັບຕຸລາການເນື່ອງໃນໂອກາດການຢ້ຽມຢາມ ແລະເຮັດວຽກຢູ່ຈີນ ຂອງປະທານສານປະຊາຊົນສູງສຸດຫວຽດນາມ ໃນເດືອນພຶດສະພາທີ່ຜ່ານມາ, ເປັນຂີດໝາຍບາດກ້າວພັດທະນາໃໝ່ໃນການພົວພັນລະຫວ່າງສານປະຊາຊົນສູງສຸດຫວຽດນາມ ແລະສານປະຊາຊົນສູງສຸດຈີນ.

leftcenterrightdel
ທ່ານ ເຈິ່ນດ້າຍກວາງ ປະທານປະເທດຫວຽດນາມ ແລະທ່ານ Zhou Qiang ປະທານສານປະຊາຊົນສູງສຸດຈີນ ທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ເຈິ່ນດ້າຍກວາງ ປາດຖະໜາວ່າສານປະຊາຊົນສູງສຸດຈີນ ແບ່ງປັນບົດຮຽນກ່ຽວກັບການປະຕິຮູບຕຸລາການ, ເພີ່ມທະວີການສໍາຜັດກັບຄວາມຍຸຕິທຳໃຫ້ແກ່ປະຊາຊົນ, ຫັນການເຄື່ອນໄຫວຂອງສານເປັນກະແຈ່ງແຈ້ງ ແລະເປີດເຜີຍ.

ທ່ານ Zhou Qiang ໃຫ້ຮູ້ວ່າບົນພື້ນຖານບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມ, ສອງຝ່າຍຄວນເພີ່ມທະວີບັນດາຂົງເຂດ ຄື: ບໍາລຸງສ້າງພະນັກງານຂອງສານ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ຄົ້ນຄວ້າຄໍາຕັດສິນຂອງສານ ແລະໜູນຊ່ວຍດ້ານຕຸລາການ.

ໂດຍ: ທູຈາງ