leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn.

ຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍສັນລະເສີນ, ອວຍພອນຄວາມມານະພະຍາຍາມ ແລະບັນດາຜົນງານຂອງບັນດາອົງການສຳນັກຂ່າວສານ, ສື່ມວນຊົນ ແລະຖັນແຖວນັກຂ່າວປະຕິວັດຫວຽດນາມ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ສື່ມວນຊົນປະຕິວັດຫວຽດນາມ ຍາມໃດກໍ່ແມ່ນກຳລັງແກ່ນສານ, ສວມບົດບາດສຳຄັນໃນແນວຮົບແນວຄິດວັດທະນະທຳ, ເຕີບໃຫຍ່ຂະຫຍາຍຕົວ, ເຂັ້ມແຂງທຸກດ້ານ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດຂອງພັກ, ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ບັນຍາກາດທີ່ການພົບປະສັງສັນສື່ມວນຊົນ. ພາບ: qdnd.vn.

ທ່ານນາຍົກລັດຖະມົນຕີ ແລະບັນດາສະມາຊິກລັດຖະບານຍາມໃດກໍ່ຮັບຟັງບັນດາຄວາມຫຍຸ້ງຍາກຂອງສື່ມວນຊົນ ເພື່ອມີການຊີ້ນຳໃຫ້ເໝາະສົມ, ສ້າງເງື່ອນໄຂສະດວກໃຫ້ສື່ມວນຊົນເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ມີປະສິດທິຜົນ... ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາ ແລະສະເໜີບັນດາສະຫາຍການນຳຂອງບັນດາກະຊວງ, ຄະນະ, ຂະແໜງການ, ອົງການສື່ມວນຊົນ ແລະຖັນແຖວນັກຂ່າວທັງໝົດຈົ່ງມານະພະຍາຍາມສູ້ຊົນເຮັດສຳເລັດພາລະກຳທີ່ໄດ້ມອບໝາຍໃຫ້...

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: qdnd.vn.
leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບພ້ອມກັບການນຳບັນດາອົງການສື່ມວນຊົນ. ພາບ: ຮວ່າງຮວ່າງ.

ທີ່ການພົບປະສັງສັນ, ການນຳບາງອົງການສື່ມວນຊົນ ສະເໜີລັດຖະບານ ຄວນມີການກຳນົດທິດຢ່າງມີໄຫວພິບ, ທັນການເພື່ອໃຫ້ບັນດາອົງການສື່ມວນຊົນປະຕິບັດໜ້າທີ່ໂຄສະນາບັນດາເຫດການ, ບັນຫາໃຫຍ່ຂອງປະເທດ ແລະບັນຫາເກີດຂຶ້ນໃນຊີວິດການເປັນຢູ່ຂອງສັງຄົມເປັນຢ່າງດີ...

 

ແປໂດຍ: ຮຸຍດົງ