ເນື້ອໃນບົດຂຽນຊີ້ແຈ້ງວ່າ, ທ່ານນາຍົກລັດຖະມົນຕີ Trudeau  ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໃນໂລກ (G7). ທີ່ການພົບປະ, ໄດ້ດຳເນີນໄປກົງກັບເວລາທີ່ສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານໄດ້ເນັ້ນໜັກເຖິງສາຍພົວພັນແບບຍືນຍົງ ແລະການພົບປະແລກປ່ຽນປະຊາຊົນຢ່າງແຮງ. 

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີການາດາ Justin Trudeau. ພາບ: ສໍານັກຂ່າວສານຫວຽດນາມ.

ນາຍົກລັດຖະມົນຕີສອງທ່ານ ກໍ່ໄດ້ປຶກສາຫາລືກ່ຽວກັບບາງບູລິມະສິດລວມກ່ຽວຂ້ອງເຖິງສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ ແລະທົ່ວໂລກ; ແລກປ່ຽນກ່ຽວກັບການຮ່ວມມືພັດທະນາມຸ່ງໄປເຖິງການປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງໃນປີ 2030; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ...

ທ່ານນາຍົກລັດຖະມົນຕີ Trudeau ຂອບໃຈທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ. ນອກຈາກນັ້ນ, ຜູ້ນຳສອງທ່ານກໍ່ຢັ້ງຢືນເຖິງເປົ້າໝາຍລວມແມ່ນນຳເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ມີຜົນສັກສິດໂດຍໄວ.

 

ແປໂດຍ: ຮຸຍດົງ