leftcenterrightdel
ຕົວປະກັນໄດ້ຮັບການປ່ອຍຕົວອິດສະຫຼະຈາກຂະບວນການຮາມາສດ ໃນວັນທີ 30 ມັງກອນ. ພາບ: AFP

ຕອນຄ່ຳວັນທີ 7 ກຸມພາ, ຂະບວນການອິດສະລາມ ຮາມາດສ ປະກາດບັນຊີລາຍຊື່ຕົວປະກັນ 3 ຄົນຂອງອິດສະຣາແອນ ຊຶ່ງ ກຸ່ມນີ້ໃຫ້ຄຳໝັ້ນສັນຍາປ່ອຍຕົວອິດສະຫຼະໃນວັນທີ 8 ກຸພາ. ສ່ວນອິດສະຣາແອນ ປະຕິບັດການປ່ອຍຕົວສະເລີຍເສິກ ປາແລດສະຕິນ 183 ຄົນ ໃນບັ້ນແລກປ່ຽນຕົວປະກັນ/ສະເລິຍເສິກ ຄັ້ງທີ 5 ລະຫວ່າງສອງຝ່າຍນັບແຕ່ເມື່ອຄຳສັ່ງຢຸດຍິງມີຜົນສັກສິດຢູ່ເຂດ ກາຊາ ໃນວັນທີ 19 ມັງກອນ.

ຕາມຂໍ້ຕົກລົງຢຸດຍິງທີ່ມີຜົນສັກສິດແຕ່ວັນທີ 19 ມັງກອນ, ຮາມາດສ ໃຫ້ຄຳໝັ້ນສັນຍາຈະປ່ອຍຕົວອິດສະຫຼະໃຫ້ແກ່ຕົວປະກັນ 33 ຄົນໃນໄລຍະ 1 ທີ່ແກ່ຍາວ 6 ສັບປະດາ ຂອງຄຳສັ່ງຢຸດຍິງ. ສ່ວນອິດສະຣາແອນ ຈະປ່ອຍຕົວສະເລິຍເສີກ ປາແລດສະຕິນ 1.904 ຄົນ, ໃນນັ້ນ 737 ຄົນຖືກຕັດສິນລົງໂທດຈຳຄຸກຕະຫຼອດຊີວິດ. ກ່ອນທີ່ປ່ອຍຕົວໃນວັນທີ 8 ກຸມພາ, ອິດສະຣາແອນ ແລະ ຮາມາດສ ໄດ້ດຳເນີນການແລກປ່ຽນຕົວປະກັນ ແລະສະເລິຍເສິກ 4 ຄັ້ງສຳເລັດຜົນ.

ແຫຼ່ງຄັດຈາກ: vovworld.vn