ໃນວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເລືອງເກື່ອງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງເຈົ້າຊີວິດໄທ ມະຫາວະຈິ້ຣາລອງກອນບາດີບທໍຣານເທບຣາວະຣານກຸນ; ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານນາຍົກລັດຖະມົນຕີໄທ ນາງ ແພທອງທານ ຊິນນະວັດ; ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານປະທານສະພາຕ່ຳ ໄທ ວັນມູຫະມັດນໍ ມະທາ.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວມາຍັງທ່ານລັດຖະມົນຕີການຕ່າງປະເທດໄທ ມາຣິດ ແສງສິມພົງ ແລະທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດມຽນມາ U Than Swe.

ແຫຼ່ງຄັດຈາກ: vovworld.vn