leftcenterrightdel
ພາບປະກອບ: THX/ສໍານັກຂ່າວສານຫວຽດນາມ

ແລະກໍ່ໃນວັນດຽວກັນ, ຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ ອີຢູ ຈະກະກຽມການໂຕ້ຕອບຕໍ່ລະດັບພາສີໃໝ່ຂອງອາເມລິກາ ສຳລັບລົດໂອໂຕ ແລະເຄື່ອງອາໄຫຼ່ລົດໂອໂຕທີ່ນຳເຂົ້າ ໂດຍທ່ານປະທານາທິບໍດີ Trump ຫາກໍ່ປະກາດ. ທ່ານ Olof Gill ໂຄສົກຂອງ ອີຢູ ເນັ້ນໜັກວ່າ ເຖິງວ່າຍັງບໍ່ທັນຍົກອອກເວລາຢ່າງລະອຽດໃຫ້ແກ່ປະຕິກິລິຍາໂຕ້ຕອບຂອງ ອີຢູ ແຕ່ແນ່ນອນວ່າບັນດາມາດຕະການນີ້ຈະໄດ້ຍົກອອກມາຢ່າງທັນການ, ມີປະສິດທິຜົນ ແລະໄດ້ຮັບການຊັ່ງຊາຢ່າງລະອຽດເພື່ອແນໃສ່ບັນລຸໄດ້ຜົນກະທົບທີ່ ອີຢູ ປາດຖະໜາ.

ຢູ່ເອີລົບ, ທ່ານລັດຖະມົນຕີການເງິນຝລັ່ງ Eric Lombard ຖືນະໂຍບາຍພາສີອາກອນຂອງ ອາເມລິກາ ແມ່ນການຜັນແປທີ່ບໍດີທີ່ສຸດ. ທ່ານສະເໜີສະຫະພາບເອີລົບ (ອີຢູ) ຍົກລະດັບພາສີສຳລັບສິນຄ້ານຳເຂົ້າຈາກອາເມລິກາ ເພື່ອປົກປ້ອງຜົນປະໂຫຍດດ້ານເສດຖະກິດຂອງຕົນ.

ໃນຂະນະນັ້ນ, ທ່ານນາງ Rachel Reeves ລັດຖະມົນຕີກະຊວງການເງິນອັງກິດ ຢັ້ງຢືນວ່າ ປະເທດນີ້ບໍ່ຢາກມີບໍ່ວ່າການກະທຳໃດທີ່ຈະເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າເພີ່ມຂຶ້ນ. ທ່ານນາງ ເນັ້ນໜັກວ່າ ສົງຄາມການຄ້າບໍ່ມີຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ, ພ້ອມທັງກ່າວເຕືອນການເພີ່ມທະວີພາສີອາກອນ ຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ເຖິງທັງອັງກິດເທົ່ານັ້ນ ຫາກຍັງອາເມລິກາ ອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn