leftcenterrightdel
ກອງທັບ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 30 ມີນາ, ຫ້ອງວ່າການນາຍົກລັດຖະມົນຕີ ອິດສະຣາແອັນ Israel Benjamin Netanyahu ໄດ້ແຈ້ງໃຫ້ຊາບ ວ່າ, ໄດ້ເຫັນດີຕໍ່ໂຄງການທາງບົກຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ ທີ່ຖືກຢຶດຄອງ, ຕາມນັ້ນແລ້ວ, ຈະແບ່ງທາງຄົມມະນາຄົມລະຫວ່າງຊາວ ປາແລັດສະຕິນ ແລະຊາວອິດສະຣາແອັນ ຢູ່ໃກ້ກັບເຂດຕັ້ງຖິ່ນຖານຄົງທີ່ Maale Adumim. ນີ້ແມ່ນເຂດຕັ້ງຖິ່ນຖານຄົງທີ່ໃຫຍ່ຢູ່ທາງທິດຕາເວັນອອກ Jerusalem, ເປັນບ່ອນດຳລົງຊີວິດຂອງກວ່າ 40.000 ຄົນ. ຕາມທ່ານນາຍົກລັດຖະມົນຕີ Netanyahu  ແລ້ວ, ໂຄງການຈະຊ່ວຍປັບປຸງການສັນຈອນໄປມາ ແລະເພີ່ມທະວີພື້ນຖານໂຄງລ່າງຄົມມະນາຄົມລະຫວ່າງ Jerusalem, Maale Adumim ແລະ Binyamin ທິດຕາເວັນອອກ, ອະນຸຍາດໃຫ້ສືບຕໍ່ພັດທະນາບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດ E1.

ປະຊາຄົມສາກົນໄດ້ກ່າວເຕືອນເປັນຫຼາຍຄັ້ງວ່າ ການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຊາວ ຢິວ ຢູ່ແລວ E1, ເລີ່ມແຕ່ Jerusalem ໄປເຖິງ Jericho, ຈະແບ່ງເຄິ່ງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ແລະກໍ່ຜົນສະທ້ອນເຖິງລັກສະນະຕໍ່ເນື່ອງຂອງລັດ ປາແລັດສະຕິນ ໃນອະນາຄົດ.

ແຫຼ່ງຄັດຈາກ: vovworld.vn