ທ່ານ Lavrov ເນັ້ນໜັກວ່າ ການພົວພັນ ລັດເຊຍ-ອິນເດຍ ໄດ້ສ້າງຕັ້ງບົນພື້ນຖານ “ຄູ່ຮ່ວມມືຍຸດທະສາດພິເສດ ແລະສິດທິພິເສດ”, ຄືທ່ານປະທານາທິບໍດີ Putin ເຄີຍຢັ້ງຢືນໃນສານອວຍພອນວັນສາທາລະນະລັດອິນເດຍ  ເມື່ອເດືອນມັງກອນ ປີ 2025.

ການຢ້ຽມຢາມໄດ້ຮັບຄວາມຄາດຫວັງຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະຄວາມໝັ້ນຄົງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ລັດເຊຍ ແລະອິນເດຍ ເປີດກວ້າງການພົວພັນ, ພິເສດເມື່ອລັດເຊຍ ພວມເພີ່ມທະວີການຮ່ວມມືກັບບັນດາປະເທດ, ຄື: ຈີນ, ອີຣານ, ສປປ.ເກົາຫຼີ ແລະບັນດາປະເທດ ຂຶ້ນກັບປະຊາຄົມບັນດາປະເທດເອກະລາດ (CIS).

ແຫຼ່ງຄັດຈາກ: vovworld.vn