ຢູ່ກອງປະຊຸມ, ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບສ້າງກຳລັງກອງທັບສົ່ງໄປຍັງ Kiev ເພື່ອຮັບປະກັນຄວາມໝັ້ນຄົງໃນກໍລະນີຂໍ້ຕົກລົງຢຸດຍິງ ກັບລັດເຊຍ ໄດ້ຮັບການສ້າງຂຶ້ນ.

ກ່າວຄຳເຫັນພາຍຫຼັງກອງປະຊຸມ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢັ້ງຢືນວ່າ ບັນດາສຳພັນທະມິດພວມປຶກສາຫາລືສືບຕໍ່ບູລະນະບັນດາກົນໄກ ແລະການຮັບປະກັນຄວາມໝັ້ນຄົງໃຫ້ສົມບູນແບບໃນໄລຍະຈະມາເຖິງ. ກຳລັງນີ້ຈະລວມມີກອງທັບຂອງຫຼາຍປະເທດ ແລະຈະໄດ້ຮັບການຈັດສົ່ງໄປຍັງຈຸດຍຸດທະສາດຈຳນວນໜຶ່ງຢູ່ Kiev. ທ່ານປະທານາທິບໍດີຝລັ່ງ ເນັ້ນໜັກວ່າ ກຳລັງນີ້ບໍ່ມີເຈດຈຳນົງກາຍເປັນກຳລັງຮັກສາສັນຕິພາບ ກໍ່ຄືປ່ຽນແທນໃຫ້ກອງທັບຢູແກຼນ ແລະພິເສດ, ບໍ່ຂຶ້ນກັບບັນດາການຕັດສິນ ຫຼືຄວາມຮຽກຮ້ອງຈາກຝ່າຍລັດເຊຍ.

ແຫຼ່ງຄັດຈາກ: vovworld.vn