ຄວາມເຄັ່ງຕຶງຢູ່ຕາເວັນອອກກາງ: ອີຢິບ ຍົກອອກຂໍ້ສະເໜີໃໝ່ແນໃສ່ຟື້ນຟູຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ
ວັນທີ 24 ມີນາ, ອີຢິບ ໄດ້ຍົກອອກຂໍ້ສະເໜີໃໝ່ ແນໃສ່ຟື້ນຟູຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ. ຕາມນັ້ນແລ້ວ, ອີຢິບ ສະເໜີໃຫ້ ຮາມາດສ ປ່ອຍຕົວປະກັນ ອິດສະຣາແອັນ 5 ຄົນຕໍ່ອາທິດ ແລະອິດສະຣາແອັນ ປະຕິບັດໄລຍະທີ 2 ຂອງຄຳສັ່ງຢຸດຍິງພາຍຫຼັງອາທິດທຳອິດ.