ວັງ Kremlin: ລັດເຊຍ - ອາເມລິກາ ມີຄວາມເຂົ້າໃຈລວມກ່ຽວກັບການຢຸດຕິການປະທະກັນຢູ່ ຢູແກຼນ
ລັດເຊຍ ແລະ ອາເມລິກາ ມີຄວາມເຂົ້າໃຈລວມກ່ຽວກັບຄວາມຕ້ອງການມຸ່ງໄປເຖິງມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ, ແຕ່ຍັງມີຫຼາຍວຽກຕ້ອງແກ້ໄຂ.
    |
 |
ໂຮງແຮມ The Ritz-Carlton ຢູ່ນະຄອນຫຼວງ Riyadh ຂອງ ອາຣັບບິ ຊະອຸດິ ເຊິ່ງເປັນບ່ອນດຳເນີນການເຈລະຈາ. ພາບ: THX/TTXVN |
ວັນທີ 24 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin, ໃຫ້ຮູ້ວ່າ ລັດເຊຍ ແລະ ອາເມລິກາ ມີຄວາມເຂົ້າໃຈລວມກ່ຽວກັບຄວາມຕ້ອງການມຸ່ງໄປເຖິງມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ, ແຕ່ຍັງມີຫຼາຍວຽກຕ້ອງແກ້ໄຂ. ຕາມທ່ານ Dmitry Peskov ແລ້ວ, ບັນດາການເຈລະຈາຢູ່ ອາຣັບບີ ຊະອຸດິ ລະຫວ່າງ ມົດສະກູ ແລະ ວໍຊິງຕັນ ໄດ້ສຸມໃສ່ບັນດາບັນຫາເຕັກນິກ, ໃນນັ້ນມີຂໍ້ລິເລີ່ມທັນຍາຫານທະເລດຳທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງໃນການຂົນສົ່ງໃນພາກພື້ນ.
ເມື່ອຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Peskov ໄດ້ເນັ້ນໜັກເຖິງຄຳສັ່ງຂອງລັດເຊຍ ຢຸດຕິຊົ່ວຄາວການບຸກໂຈມຕີບັນດາພື້ນຖານໂຄງລ່າງພະລັງງານຢູ່ ຢູແກຼນ ຍັງມີຜົນສັກສິດ, ເຖິງວ່າຍັງມີການລາຍງານກ່ຽວກັບບັນດາບັ້ນບຸກໂຈມຕີຢ່າງຕໍ່ເນືີ່ອງຂອງ ຢູແກຼນ ເຂົ້າບັນດາເປົ້າໝາຍພື້ນຖານໂຄງລ່າງພະລັງງານຂອງ ລັດເຊຍ ກໍ່ຕາມ.
ໃນການຜັນແປອື່ນ, ວັນທີ 23 ມີນາ, ທ່ານ Sergey Leshchenko, ທີ່ປຶກສາຫ້ອງວ່າການຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ ຄະນະຜູ້ແທນ ອາເມລິກາ ແລະ ຢູແກຼນ ຈະຈັດຮອບເຈລະຈາຢູ່ Riyadh ຕື່ມອີກ. ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບ, ທ່ານ Leshchenko ເວົ້າວ່າ: “ປັດຈຸບັນ, ຄະນະຜູ້ແທນ ຢູແກຼນ ກຳລັງຢູ່ ອາຣັບບີ ຊະອຸດິ ເພື່ອດຳເນີນການປຶກສາ ພາຍຫຼັງສິ້ນສຸດການເຈລະຈາລະຫວ່າງ ລັດເຊຍ - ອາເມລິກາ ຄັ້ງນີ້”.
ແຫຼ່ງຄັດຈາກ: vovworld.vn