ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີຈີນ Li Qiang ໃນການຕ້ອນຮັບທ່ານ Steve Daines ສະມາຊິກສະພາສູງອາເມລິກາ ແລະ ນັກທຸລະກິດອາເມລິກາຈຳນວນໜຶ່ງ ໃນວັນທີ 23 ເມສາ ຢູ່ນອກເວທີປາໄສພັດທະນາຈີນ 2025 ທີ່ໄດ້ດຳເນີນຢູ່ນະຄອນຫຼວງປັກກິ່ງ, ປະເທດຈີນ. ຕາມທ່ານ Li Qiang ແລ້ວ, ການພົວພັນລະຫວ່າງຈີນ ແລະ ອາເມລິກາ ໄດ້ກ້າວໄປເຖິງບາດລ້ຽວທີ່ສຳຄັນ, ດັ່ງນັ້ນ ຈີນ ຫວັງວ່າ ອາເມລິກາ ຈະຮ່ວມມືກັບຈີນ ເພື່ອຊຸກຍູ້ການພັດທະນາເປັນປົກກະຕິ ແລະ ຍືນຍົງຂອງການພົວພັນສອງຝ່າຍ, ເພີ່ມທະວີການຮ່ວມມືເພື່ອແກ້ໄຂບັນຫາຄືການຂາດດຸ່ນການຄ້າ.

leftcenterrightdel
ທ່ານ Li Qiang ນາຍົກລັດຖະມົນຕີຈີນ  ໃຫ້ການຕ້ອນຮັບທ່ານ Steve Daines ສະມາຊິກສະພາສູງອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ Steve Daines ແມ່ນສະມາຊິກລັດຖະສະພາອາເມລິກາ ຄົນທຳອິດທີ່ໄປຢ້ຽມຢາມປັກກິ່ງ ນັບແຕ່ເວລາທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດໃນເດືອນມັງກອນຜ່ານມາ. ການພົບປະໄດ້ດຳເນີນໃນສະພາບການພົວພັນສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ຊຸດໂຊມລົງໃນເວລາມໍ່ໆມານີ້, ເມື່ອທ່ານປະທານາທິບໍດີ Donald Trump ຈັດວາງອັດຕາພາສີລະດັບສູງຕໍ່ສິນຄ້າຈີນ ເຊິ່ງນາບຂູ່ເຖິງແງ່ຫວັງການຄ້າຂອງຈີນ.

ແຫຼ່ງຄັດຈາກ: vovworld.vn