leftcenterrightdel
ທ່ານ Donald Trump ປະທານາທິບໍດີອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຕອບສຳພາດຕໍ່ວົງການນັກຂ່າວ, ທ່ານ Donald Trump ປະທານາທິບໍດີ ຊີ້ແຈ້ງວ່າ “ການປຶກສາຫາລືໄດ້ດຳເນີນຢ່າງສົມເຫດສົມຜົນ”. ການນຳອາເມລິກາ ກໍ່ເນັ້ນໜັກວ່າ ການຮັກສາການພົວພັນອັນດີງາມກັບທ່ານ Vladimir Putin ປະທານາທິບໍດີລັດເຊຍ  ແລະຄູ່ຕຳແໜ່ງຢູແກຼນ ທ່ານ Volodymyr Zelensky ແມ່ນຂໍ້ກຸນແຈ ເພື່ອເຈລະຈາຢຸດຕິການປະທະກັນ. ໃນຂະນະນັ້ນ, ສຳນັກຂ່າວສານ Bloomberg News ໄດ້ຄັດສະເໜີບາງແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ອາເມລິກາ ມີຄວາມຫວັງໃຫ້ ລັດເຊຍ ແລະ ຢູແກຼນ ຈະບັນລຸໄດ້ຄຳສັ່ງຢຸດຍິງໃນວົງກວ້າງພາຍໃນເວລາ 2-3 ອາທິດຈະມາເຖິງ, ລະອຽດແມ່ນໃນວັນທີ 20 ເມສາ ຈະມາເຖິງ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov ໃຫ້ຮູ້ວ່າບັນດາການເຈລະຈາລະຫວ່າງເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ ກ່ຽວກັບຄວາມອາດສາມາດຢຸດຍິງສ່ວນໜຶ່ງໃນການປະທະກັນກັບ ລັດເຊຍ ໄລຍະເວລາ 30 ວັນ ໄດ້ເລີ່ມຕົ້ນໃນວັນດຽວກັນຢູ່ ອາຣັບບິ ຊາອຸດິ.

ແຫຼ່ງຄັດຈາກ: vovworld.vn