ທ່ານ Yasuyuki Sawada ຫົວໜ້ານັກເສດຖະສາດຂອງ ADB ໃຫ້ຮູ້ວ່າ, ການຟື້ນຟູຫຼັງພະຍາດໂຄວິດ-19 ຂອງອາຊີ ແລະປາຊີຟິກ ກໍາລັງດໍາເນີນໄປ ເຖິງວ່າເສັ້ນທາງຍັງບອບບາງໃນສະພາບການແຜ່ລະບາດຄັ້ງໃໝ່, ໄວຣັດສາຍພັນໃໝ່ ແລະການຜັນຂະຫຍາຍວັກຊິນບໍ່ສະໝໍ່າສະເໝີ. ຕາມທ່ານ Yasuyuki Sawada ແລ້ວ, ນອກຈາກມາດຕະການສະກັດກັ້ນ ແລະສັກວັກຊິນແລ້ວ, ຍັງມີການຟື້ນຟູການເຄື່ອນໄຫວເສດຖະກິດທີ່ມີຍຸດທະສາດ ແລະຕາມແຕ່ລະໄລຍະອີກດ້ວຍ. ການຄ້າ, ການຜະລິດ ແລະການທ່ອງທ່ຽວ... ຈະແມ່ນຂໍກຸນແຈ ເພື່ອຮັບປະກັນໃຫ້ແກ່ການຟື້ນຟູສີຂຽວ, ກວມລວມ ແລະຍືນຍົງ.

leftcenterrightdel
ພາບປະກອບຄັດຈາກ: thanhtra.com.vn

ສໍາລັບລາຍລະອຽດໃຫ້ແຕ່ລະພາກພື້ນໃນປີ 2021, ADB ໄດ້ຍົກແງ່ຫວັງການເຕີບໂຕຂອງພາກພື້ນອາຊີຕາເວັນອອກ ຂຶ້ນໃນລະດັບ 7,5% (ເມື່ອທຽບໃສ່ການຄາດຄະເນ 7,4% ທີ່ຍົກອອກມາເມື່ອເດືອນ ເມສາ), ຂອງພາກພື້ນອາຊີກາງ ຂຶ້ນໃນລະດັບ 3,6% (ທຽບໃສ່ກັບ 3,4% ທີ່ຍົກອອກມາເມື່ອເດືອນເມສາ). ເຖິງຢ່າງໃດກໍ່ຕາມ, ADB ໄດ້ປັບແງ່ຫວັງໃນປີ 2021 ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຈາກ 4,4% ລົງເຫຼືອ 4,0%, ອາຊີໃຕ້ຈາກ 9,5% ລົງເຫຼືອ 8,9%, ໃນຂະນະນັ້ນການຄາດຄະເນພື້ນຖານເສດຖະກິດປາຊີຟິກ ຫຼຸດລົງຈາກ 1,4% ມາເປັນ 0,3%.

ໂດຍ: ໄຊຊະນະ