leftcenterrightdel
ນັກບິນອາວະກາດ 4 ຄົນເດີນທາງກັບຈາກສະຖານີອາວະກາດຢ່າງປອດໄພ. ພາບ: kpl.gov.la.

ສຳນັກງານ ​ບໍລິຫານ ການບິນ ​ແລະ ອາ​ວະ​ກາດ​ ແຫ່ງ​ຊາດ​ ສ.ອາ​ເມ​ລິກາ ຫລື​ ນາ​ຊາ ກ່າວ ​ໃນ​ຖະ​ແຫລ​ງການ​ວ່າ: ການ​ເດີນທາງ ​ກັບ​ມາ ​ຄັ້ງ​ນີ້ ຖື​ເປັນ ​ການ​ສິ້ນ​ສຸດ ພາລະກິດ ການ​ໝູນວຽນ ​ນັກ​ບິນ ອາ​ວະ​ກາດ ​ໄອ​ເອສ​ເອສ ຄັ້ງ​ທຳ​ອິດ ຂອງ​ ຍານ​ອາ​ວະ​ກາດ ຄຣູດຣາກອນ ທີ່​ ຮ່ວມ​ກັນ ພັດທະນາ ລະຫວ່າງ ​ນາ​ຊາ​ ກັບ ສ​ເປ​ສ​ເອັກ​. ບໍລິສັດ​ ​ຂົນ​ສົ່ງ ທາງ​ອາ​ວະ​ກາດ ຂອງ​ ມະຫາ​ເສດ​ຖີ​ ໄຮ​ເທ​ກ ອີ​ລອນ ມັກ​ສ ນັກ​ບິນ​ ອາ​ວະ​ກາດ ທັງ 4 ຄົນ ຈາກ​ນາ​ຊາ ​ແລະ ອີກໜື່ງຄົນ ຈາກ​ອົງການ​ສຳ​ຫລວດ ອາ​ວະ​ກາດ ຍີ່ປຸ່ນ ຫລື ​ເຈ​ເອ​ເອັກ​ ​ຊຶ່ງ​ເດີນທາງ​ ອອກ​ຈາກ​ ສູນ​ອາ​ວະ​ກາດ ​ເຄ​ເນ​ດີ ​ໃນ​ລັດ​ຟໍລຣິດາ ​ເມື່ອ​ວັນ​ທີ 15 ພະຈິກ ​ປີ​ກາຍນີ້ ດ້ວຍ​ຈະ​ຫລວດ ​ສ​ເປ​ສ​ເອັກ​ ຟໍລຄອນ 9. ພາລະກິດ ​ໃນ​ຄັ້ງ​ນີ້ ​ເປັນ​ສ່ວນ​ໜຶ່ງ​ ຂອງ​ ແຜນການ ​ທີ່​ຫາ​ກໍ່​ເລີ່​ມຕົ້ນ​ ຂອງ​ ນາ​ຊາ ​ເລື່ອງ​ຫຸ້ນ​ສ່ວນ​ພາກ​ລັດ ​ແລະ ​ເອກະ​ຊົນ ​ໂດຍ​ຮ່ວມ​ມື​ກັບ ສ​ເປ​ສ​ເອັກ​./.

ເນື້ອໃນ: ຂປລ