ງານບຸນມີການເຂົ້າຮ່ວມຂອງ 6 ແຂວງຂອງ ຫວຽດນາມ ເຊິ່ງລວມມີ: ເທື່ອທຽນເຫວ້, ຮ່າຕິງ, ກວ໋າງຈິ, ກວ໋າງນາມ, ກວ໋າງຫງ໊າຍ, ກອນຕູມ ແລະ 4 ແຂວງຂອງ ລາວ ແມ່ນ: ອັດຕະປື, ເຊກອງ, ສະຫວັນນະເຂດ, ສາລະວັນ.

leftcenterrightdel
ພາບປະກອບ:  ຫວູມິງ.

ໃນຂອບເຂດງານບຸນນີ້ຈະດໍາເນີນການເຄື່ອນໄຫວວັດທະນະທໍາ, ກິລາ ທີ່ເປັນເອກະລັກສະເພາະຫຼາຍຢ່າງ ຄື: ງານວາງສະແດງພາບ “ສີສັນວັດທະນະທໍາບັນດາຊົນເຜົ່າສ່ວນໜ້ອຍເຂດຊາຍແດນຫວຽດນາມ-ລາວ, ເຂດພາກກາງ, ໄຕງວຽນ”; ຮ້ານອາຫານການກິນຂອງບັນດາເຜົ່າແຂວງເທື່ອທຽນເຫວ້; ການສະແດງ, ແນະນໍາຂັ້ນຕອນງານບຸນ, ພິທີກຳດໍາເນີນຊີວິດວັດທະນະທໍາທີ່ເປັນມູນເຊື້ອຂອງບັນດາຊົນເຜົ່າທີ່ເມືອງ ອາເລື໊ອຍ; ໂຄສະນາຜະລິດຕະພັນວັດທະນະທໍາ ແລະການທ່ອງທ່ຽວຂອງບັນດາທ້ອງຖິ່ນ; ງານມະໂຫລານສິລະປະມະຫາຊົນ ແລະລາຍການສະແດງໂຊຊຸດອາພອນຊົນເຜົ່າ...

ງານບຸນດັ່ງກ່າວແມ່ນການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອອະນຸລັກຮັກສາ, ເສີມຂະຫຍາຍ ແລະເຊີດຊູຄຸນຄ່າມໍລະດົກວັດທະນະທໍາຂອງຊົນເຜົ່າ ຫວຽດນາມ ເວົ້າລວມ ແລະພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດຊາຍແດນ 2 ປະເທດເວົ້າສະເພາະ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າໃຈກັນ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະຕິດພັນກັບປະຊາຄົມບັນດາເຜົ່າຫວຽດນາມ ກໍ່ຄືບັນດາຊົນເຜົ່າສ່ວນໜ້ອຍໃນເຂດ.

ໂດຍ: ເກື່ອງດັ້ງ