ດ້ວຍແນວຄວາມຄິດຖືດົນຕີເປັນຫຼັກ, ບັນດາລາຍການສິລະປະທີ່ເປັນເອກະລັກສະເພາະຂອງບັນດານັກສິລະປິນໃນພິທີໄຂໄດ້ສ້າງສະພາບແວດລ້ອມທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາບັນດາເຜົ່າອ້າຍນ້ອງ. ພາຍຫຼັງພິທີໄຂ, ຢູ່ເຂດບ້ານຊົນເຜົ່າເອເດ, ບັນດານັກສິລະປິນໄດ້ວາດພາບງານບຸນຄ້ອງຂອງຊົນເຜົ່າເອເດ. ໃນວັນດຽວກັນກໍ່ດໍາເນີນກອງປະຊຸມພົບປະສັງສັນກັບນັກສິລະປິນ ແລະບັນດາຜູ້ທີ່ມີການປະກອບສ່ວນຫຼາຍຢ່າງໃນວຽກງານອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທໍາບັນດາເຜົ່າສ່ວນໜ້ອຍເຂດພາກເໜືອ ແລະພາກກາງ.

leftcenterrightdel
ບັນດານັກສິລະປິນສະແດງຢູ່ພິທີໄຂວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ. ພາບ: qdnd.vn.

ວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ ປີ 2019 ໄດ້ດໍາເນີນແຕ່ວັນທີ 19 ຫາວັນທີ 21 ເມສາ ດ້ວຍຫຼາຍກິດຈະກຳ, ຄື: ງານບຸນຄ້ອງ ແລະສະແດງທຳນອງໄຕງວຽນ “ສຽງຄ້ອງດັງກ້ອງກັງວານໄປທົ່ວ”; ວາງສະແດງ ແລະສະແດງ “ເຄື່ອງດົນຕີພື້ນເມືອງບັນດາເຜົ່າຫວຽດນາມ”...

ໂດຍ: ຄໍາແພງ