ວັນທີ 1 ກັນຍາ, ສັບປະດາວັດທະນະທຳ, ທ່ອງທ່ຽວແຂວງ ໂມກເຈົາ (ເຊີນລາ) ໄດ້ດຳເນີນຫຼາຍກິດຈະກຳທີ່ດູດດື່ມ, ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າຢູ່ທີ່ນີ້, ເຊັ່ນ: ຕ່ຳເຂົ້າໜົມໄຢ; ຄົ້ນຫາວັດທະນະທຳ, ຊີມອາຫານທີ່ເປັນເອກະລັກຂອງຊົນເຜົ່າ, ສະແດງລາຍການສິລະປະວັດທະນະທຳວົງຄະນະຍາດ; ສະແດງລາຍການສິລະປະພື້ນເມືອງຂອງຊາວເຜົ່າມົ້ງ... ພົ້ນເດັ່ນຂຶ້ນແມ່ນລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍຫົວຂໍ້ “ເພີດເພິ່ນກັບຄ່ຳຄືນນັດກັນ”.

leftcenterrightdel
ລາຍການສະແດງສິລະປະທີ່ເປັນເອກະລັກດ້ວຍຫົວຂໍ້ “ເພີດເພິ່ນກັບຄ່ຳຄືນນັດກັນ”. ພາບ: vov.vn

ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ພໍ່ແມ່ພີ່ນ້ອງບັນດາເຜົ່າ ແລະແຂກທ່ອງທ່ຽວຈາກທຸກສາລະທິດໄດ້ເຕົ້າໂຮມກັນຢູ່ພູພຽງ ໂມກເຈົາ, ເຊີນລາ ເປັນຈຳນວນຫຼາຍເພື່ອຕ້ອນຮັບວັນບຸນເອກະລາດ, ເຊື່ອມຕົວກັບສັບປະດາວັດທະນະທຳ, ທ່ອງທ່ຽວ ໂມກເຈົາ ປີ 2024.

ໃນເສັ້ນທາງສາຍຕ່າງໆທີ່ໄດ້ປະດັບປະດາດ້ວຍທູງຊາດ ແລະດອກໄມ້ຫຼາກຫຼາຍສີສັນ, ພູພຽງ ໂມກເຈົາ, ແຂວງ ເຊີນລາ, ຍິ່ງຄຶກຄື້ນມ່ວນຊື່ນ ດ້ວຍບັນດາຊຸດອາພອນປະຈຳເຜົ່າ ມົ້ງ, ຜູ້ໄທ, ໃຕ, ລາຮາ... ພ້ອມດຽວກັນນັ້ນ ຍັງສ້າງເປັນເຂດວັດທະນະທຳທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ.

ແຫຼ່ງຄັດຈາກ: vovworld.vn