leftcenterrightdel
ທີມ U.23 ຫວຽດນາມ ຢູ່ສາຍດຽວກັບ U.23 ລາວ ແລະ U.23 ຟິລິບປິນ. ພາບ: nhandan.vn

ສາຍ A ລວມມີ U.23 ໄທ, U.23 ກໍາປູເຈຍ, U.23 ບຣູໄນ ແລະ U.23 ມຽນມາ; ສາຍ B ມີ ຕີມໍ ແລັດສະເຕ, U.23 ມາເລເຊຍ ແລະ U.23 ອິນໂດເນເຊຍ. ທີມ U.23 ຫວຽດນາມເຂົ້າຮ່ວມການແຂ່ງຂັນດ້ວຍນັກເຕະລ້ວນແຕ່ຢູ່ໃນເກນອາຍຸ U.20. ການແຂ່ງຂັນຈະດໍາເນີນແຕ່ວັນທີ 17 ຫາວັນທີ 26 ສິງຫາ ຢູ່ປະເທດໄທ. ແຕ່ລະທີມຕ້ອງແຂ່ງຂັນແບບພົບກັນໝົດ ແລ້ວເລືອກເອົາ 3 ທີມທີ່ໄດ້ອັນດັບ 1 ແລະ 1 ທີມອັນດັບ 2 ຂອງສາຍທີ່ມີຜົນງານດີທີ່ສຸດເຂົ້າຮອບຮອງຊະນະເລີດ. U.23 ຫວຽດນາມ ຈະພົບກັບ U.23 ລາວ ໃນວັນທີ 20 ສິງຫາ ແລະ ພົບກັບ U.23 ຟິລິບປິນ ໃນວັນທີ 22 ສິງຫາ ຢູ່ຮອບຄັດເລືອກ.

ໂດຍ: ໄຊນີດາ