ຕອນບ່າຍວັນດຽວກັນ, ພາຍຫຼັງໄປຮອດນະຄອນຫຼວງປັກກິ່ງ, ທ່ານ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ແລະພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ.

leftcenterrightdel
ພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນສາກົນນະຄອນຫຼວງປັກກິ່ງ. ພາບ: ເລຕວຽດ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ໄດ້ແຈ້ງໃຫ້ປະຊາຄົມຮັບຊາບກ່ຽວກັບບາງໝາກຜົນພົ້ນເດັ່ນໃນວິວັດທະນາການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ຮັບຮູ້ ແລະຍ້ອງຍໍຊົມເຊີຍການປະກອບສ່ວນສຳຄັນຂອງສະຖານທູດຫວຽດນາມ ແລະປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ຕໍ່ກັບການພົວພັນສອງປະເທດກໍ່ຄືໃນວຽກງານປົກປ້ອງພົນລະເມືອງ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ້ຽມຢາມສະຖານທູດຫວຽດນາມ ແລະພົບປະປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ. ພາບ: ຍານຊ໊າງ.

ທ່ານປະທານສະພາແຫ່ງຊາດ ປາດຖະໜາຢາກໃຫ້ສະຖານທູດຫວຽດນາມ ສືບຕໍ່ຜັນຂະຫຍາຍ ແລະຊຸກຍູ້ຜັນຂະຫຍາຍບັນດາກົນໄກຮ່ວມມືລະຫວ່າງສອງປະເທດທີ່ມີຢູ່ແລ້ວໃຫ້ມີປະສິດທິຜົນກວ່າ; ເອົາໃຈໃສ່ຄົ້ນຄວ້າບົດຮຽນຂອງ ຈີນ ໃນການສ້າງລະບອບ, ການບໍລິຫານປະເທດ... ໄປຄຽງຄູ່ກັນນັ້ນ, ຄວນສົມທົບກັບ ຈີນ ຢ່າງແໜ້ນແຟ້ນ ເພື່ອໃຫ້ສອງຝ່າຍພ້ອມກັນຄົ້ນຄວ້າ, ສະເໜີບັນດາກົນໄກຮ່ວມມືໃໝ່ເໝາະສົມກັບເງື່ອນໄຂລະອຽດຂອງສອງປະເທດ, ນຳເອົາຜົນປະໂຫຍດມາໃຫ້ທັງສອງຝ່າຍ, ສອດຄ່ອງກັບກົດໝາຍສາກົນ.

leftcenterrightdel
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ມອບຂອງຂວັນໃຫ້ແກ່ພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ. ພາບ: ຍານຊ໊າງ.

ທ່ານປະທານສະພາແຫ່ງຊາດ ຢັ້ງຢືນວ່າ ພັກ ແລະລັດ ຍາມໃດກໍ່ຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເປັນສຳຄັນ, ໃນນັ້ນມີປະຊາຄົມຊາວຫວຽດນາມ ອາໄສຢູ່ ຈີນ, ແມ່ນພາກສ່ວນໜຶ່ງບໍ່ສາມາດແຍກອອກຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ແມ່ນໜຶ່ງໃນບັນດາກຳລັງໜູນ, ແມ່ນກົກເຄົ້າກຳລັງແຮງແຫ່ງການພັດທະນາຂອງປະເທດຊາດ. ທ່ານປະທານສະພາແຫ່ງຊາດ ປາດຖະໜາຢາກໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຈີນ ສືບຕໍ່ເສີມຂະຫຍາຍຈິດໃຈຮັກແພງອູ້ມຊູຊ່ວຍເຫຼືອກັນ, ສາມັກຄີ, ພ້ອມກັນພັດທະນາ; ມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ເຊື່ອມໂຍງຕັ້ງໜ້າ, ເຄົາລົບກົດໝາຍ ແລະປະກອບສ່ວນເຂົ້າໃນການພັດທະນາຢູ່ປະເທດປະຈຳຖິ່ນ; ພ້ອມດຽວກັນນັ້ນ, ຍາມໃດກໍ່ມຸ່ງໄປຫາບ້ານເກີດເມືອງນອນ, ປະເທດຊາດ, ເປັນເຈົ້າການໃນການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນດ້ານພູມປັນຍາ, ແຫຼ່ງກຳລັງສຳລັບພາລະກິດແຫ່ງການສ້າງສາ ແລະພັດທະນາປະເທດຊາດ; ແມ່ນຂົວຕໍ່ໃຫ້ແກ່ການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະຄູ່ຮ່ວມມື, ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ໂດຍ: ແສງເດືອນ