ປ່ຽນແປງໃໝ່ຈິນຕະນາການ, ຄວາມຮັບຮູ້ກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19, ຟື້ນຟູການຜະລິດ, ດໍາເນີນທຸລະກິດ

ກ່າວຄໍາເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ: “ດ້ວຍຈິດໃຈປ່ຽນແປງໃໝ່ຢ່າງແຮງ, ຂະຫຍັນຂັນເຄື່ອນ, ຂ້ຽວຂາດໃນການຊີ້ນໍາ, ນໍາພາຈັດຕັ້ງປະຕິບັດ ແລະຄວາມມານະພະຍາຍາມສູ້ຊົນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ພວກເຮົາ ໄດ້ສືບທອດ, ເສີມຂະຫຍາຍໝາກຜົນ, ຜົນງານທີ່ບັນລຸໄດ້ໃຫ້ເປັນຢ່າງດີ, ແກ້ໄຂຂໍ້ຈໍາກັດ, ຈຸດອ່ອນທີ່ຍັງຄົງຄ້າງ ແລະມີຄວາມທຸ່ນທ່ຽງ, ມີສະຕິໃນການແກ້ໄຂບັນຫາຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ, ຫາກໍ່ເກີດຂຶ້ນໃໝ່ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ຢ່າງທັນການ ແລະຖືກຕ້ອງ, ໜູນຊ່ວຍປະຊາຊົນ ແລະວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກເປັນກ້າວໆ, ຮັກສາ, ຟື້ນຟູ ແລະພັດທະນາການຜະລິດ,  ດໍາເນີນທຸລະກິດ, ສົ່ງເສີມ, ປົກປ້ອງສຸຂະພາບ ແລະຊີວິດຂອງປະຊາຊົນ...

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄໍາເຫັນອັດກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ຄາດຄະເນວ່າ, ໃນປີ 2022, ສະພາບພະຍາດໂຄວິດ-19 ໃນໂລກ ແລະຢູ່ປະເທດເຮົາ ຍັງຈະສືບຕໍ່ຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຕ້ອງປ່ຽນແປງໃໝ່ຈິນຕະນາການ, ຄວາມຮັບຮູ້ໃຫ້ຖືກຕ້ອງກວ່າກ່ຽວກັບການປ້ອງກັນ, ຕ້ານ, ຄວບຄຸມໂລກລະບາດໂຄວິດ-19 ຕິດພັນກັບການຮັກສາ, ຟື້ນຟູ, ພັດທະນາການຜະລິດ,  ດໍາເນີນທຸລະກິດ ເພື່ອສ້າງແຜນການ, ແຜນງານໃຫ້ສອດຄ່ອງເພື່ອເອົາເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ, ການເງິນ-ງົບປະມານຂອງລັດ, ການລົງທຶນພາກລັດ ປີ 2022 ເຮັດແນວໃດເພື່ອໃຫ້ແທດເໝາະ, ມີຄວາມເປັນໄປໄດ້ທີ່ສຸດ...

ກໍ່ສ້າງ, ປັບປຸງພັກ, ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ

ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ວາງອອກຄວາມຮຽກຮ້ອງຕ້ອງການ, ໜ້າທີ່ກໍ່ສ້າງ, ປັບປຸງພັກ ດ້ວຍ 10 ມາດຕະການພື້ນຖານ, ຄົບຊຸດ, ໃນນັ້ນເນັ້ນໜັກວ່າ ຕ້ອງສືບຕໍ່ຍູ້ແຮງການປະຕິບັດມະຕິສູນກາງ 4 ຊຸດທີ XII ດ້ວຍຈຸດສຸມແມ່ນສະກັດກັ້ນ, ຍູ້ຖອຍ, ເດັດດ່ຽວຕໍ່ສູ້, ແກ້ໄຂການເສື່ອມທາດດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ, ການສໍ້ລາດບັງຫຼວງ, ຫຍໍ້ທໍ້ ແລະປະກົດການ “ຜັນແປດ້ວຍຕົນເອງ”, “ຫັນປ່ຽນດ້ວຍຕົນເອງ” ພາຍໃນພັກ.

leftcenterrightdel
ບັນຍາກາດທີ່ພິທີອັດກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ຈຸດໃໝ່ໃນຄັ້ງນີ້ແມ່ນສູນກາງໄດ້ເປີດກວ້າງຂອບເຂດ, ບໍ່ພຽງແຕ່ໃນການກໍ່ສ້າງ, ປັບປຸງພັກ ເທົ່ານັ້ນ ຫາກຍັງລວມໄປເຖິງການກໍ່ສ້າງລະບົບການເມືອງຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ; ພ້ອມກັບການສະກັດກັ້ນ, ຍູ້ຖອຍນັ້ນ ຕ້ອງເປັນເຈົ້າການສະກັດກັ້ນ, ເດັດດ່ຽວຕໍ່ສູ້, ແກ້ໄຂການເສື່ອມທາດດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະການສໍ້ລາດບັງຫຼວງ, ຫຍໍ້ທໍ້ຢ່າງເຄັ່ງຄັດ... ພ້ອມກັນນັ້ນ, ກໍ່ເພີ່ມເຕີມ, ເຮັດແຈ້ງລະບົບປະກົດການຂອງການເສື່ອມທາດດ້ານແນວຄິດການເມືອງ ແລະຄຸນສົມບັດ, ແບບແຜນການດຳລົງຊີວິດ, “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ”, “ປະກົດການຫຍໍ້ທໍ້” ໃຫ້ແທດເໝາະກັບສະພາບການໃໝ່...

ໂດຍ: ໄຊຊະນະ