ໃນບົດກ່າວປາໄສ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍົກອອກຄໍາຄິດເຫັນໂດຍຕີລາຄາສູງຕໍ່ຂໍ້ສະເໜີຢ່າງລະອຽດເພື່ອຊຸກຍູ້ການຮ່ວມມືຫຼາຍຝ່າຍ ໂດຍ ສປຊ ເປັນໃຈກາງ ແລະຖືເອົາກົດໝາຍສາກົນເປັນພື້ນຖານ, ເພື່ອພ້ອມກັນຮັບມືກັບສິ່ງທ້າທາຍທີ່ສັບສົນໃນທົ່ວໂລກ, ຄື: ສົງຄາມ, ການປະທະກັນ, ຍາດຊິງຊັບພະຍາກອນ, ການປ່ຽນແປງຂອງດິນຟ້າອາກາດ ແລະພິເສດແມ່ນພະຍາດໂຄວິດ-19 ທີ່ກໍາລັງສົ່ງຜົນກະທົບອັນຫຍໍ້ທໍ້ເຖິງສັນຕິພາບ, ຄວາມໝັ້ນຄົງ ແລະພັດທະນາໃນທົ່ວໂລກ.

ທ່ານປະທານປະເທດ ຖືວ່າ ປະຈຸບັນ, ບັນຫາຮີບດ່ວນທີ່ສຸດແມ່ນຕ້ອງຄວບຄຸມພະຍາດໂຄວິດ-19 ຜ່ານການຮ່ວມມືສາກົນ, ໂດຍສະເພາະແມ່ນໃຫ້ບູລິມະສິດສະໜອງວັກຊິນແກ່ປະເທດທີ່ມີອັດຕາການສັກວັກຊິນຍັງຕໍ່າ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດກໍາລັງພັດທະນາຮ່ວມມືຜະລິດ ແລະເຂົ້າຮ່ວມລະບົບສະໜອງວັກຊິນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ກ່າວຄໍາເຫັນທີ່ວາລະປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ສະໄໝທີ 76. ພາບ: ສໍານັກຂ່າວສານຫວຽດນາມ.

ເຖິງຢ່າງໃດກໍ່ຕາມ, ທ່ານປະທານປະເທດ ໃຫ້ຮູ້ວ່າ ຫວຽດນາມ ແລະບັນດາປະເທດສະມາຊິກອາຊຽນ ກໍາລັງມານະພະຍາຍາມເພີ່ມທະວີບົດບາດໃຈກາງຂອງປະຊາຄົມ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິິກ; ແບ່ງປັນທັດສະນະລວມຂອງປະຊາຄົມສາກົນກ່ຽວກັບຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ຮຽກຮ້ອງໃຫ້ຝ່າຍຕ່າງໆລະງັບໃຈ, ບໍ່ມີການກະທໍາທີ່ເຮັດໃຫ້ສະພາບສັບສົນຂຶ້ນຕື່ມ, ແກ້ໄຂການຂັດແຍ້ງ, ຄວາມແຕກຕ່າງກັນໂດຍສັນຕິວິທີບົນພື້ນຖານກົດບັດ ສປຊ ແລະກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982;  ປະຕິບັດ DOC ໃຫ້ຄົບຖ້ວນ  ແລະມຸ່ງເຖິງການສ້າງສໍາເລັດ COC ໃຫ້ແທດຈິງ ແລະມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.

ແບ່ງປັນກ່ຽວກັບສະພາບການຢູ່ຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ ຄວາມຄາດຫວັງຂອງຊາດຫວຽດນາມ ແມ່ນສ້າງສາປະເທດໃຫ້ໝັ້ນຄົງເຂັ້ມແຂງ, ດ້ວຍລັດແຫ່ງອໍານາດນິຕິບັນຍັດ, ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ປຸກລຸກນໍ້າໃຈຮັກຊາດຢ່າງແຮງກ້າ, ເຈດຈໍານົງທີ່ອົງອາດກ້າແກ່ນ, ກຸ່ມກ້ອນມະຫາສາມັກຄີທີ່ເປັນປຶກແຜ່ນ ແລະເສີມຂະຫຍາຍກຳລັງຄວາມສາມາດປ່ຽນແປງໃໝ່ປະດິດສ້າງຂອງທົ່ວປວງຊົນທັງຊາດ. ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້ການເຈລະຈາ, ການຮ່ວມມື, ພ້ອມດ້ວຍຂໍ້ລິເລີ່ມສໍາຄັນຫຼາຍຂໍ້ໃນຖານະຕໍາແໜ່ງສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021, ເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.

ຄາດວ່າ, ໃນຕອນເຊົ້າຂອງວັນທີ 23 ກັນຍາ, ທ່ານປະທານປະເທດ ຫງວຽນຊວນຟຸກ ຈະມີບົດກ່າວປາໄສທີ່ວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບດິນຟ້າອາກາດ ແລະຄວາມໝັ້ນຄົງ.

ໂດຍ: ໄຊນີດາ