ເຂົ້າຮ່ວມພິທີເປີດສະຫຼອງມີທ່ານ ເຈືອງມິງຕ໋ວນ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ; ທ່ານພົນຕີ ໂດ໋ກັນ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະຕາງໜ້າບັນດາຂະແໜງການ, ອົງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ລາຍການສະແດງສິລະປະຕ້ອນຮັບພິທີເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາຂະແມ. ພາບ: ຮວ່າງຮ່າ

ກ່ຽວກັບຝ່າຍໜັງສືພິມກອງທັບປະຊາຊົນຫວຽດນາມ ມີທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນຫວຽດນາມ; ບັນດາສະຫາຍຄະນະພັກ, ຄະນະບັນນາທິການ; ພະນັກງານ, ນັກຂ່າວ, ບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ.

leftcenterrightdel
ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ເຈືອງມິງຕ໋ວນ ມອບໃບອະນຸຍາດລົງພິມໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາຂະແມ ໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: ຮວ່າງຮ່າ

ໃນຊຸມປີມໍ່ໆມານີ້, ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການຕົວຈິງ ຄວນສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ລາວ, ຫວຽດນາມ - ກໍາປູເຈຍ, ພ້ອມທັງຕອບສະໜອງຄວາມຕ້ອງການຂໍ້ມູນຂ່າວສານກ່ຽວກັບສະພາບການຂອງຫວຽດນາມ-ລາວ-ກໍາປູເຈຍ, ກໍ່ຄືຜູ້ຮູ້ພາສາລາວ, ພາສາຂະແມ ທີ່ຢູ່ພາຍໃນປະເທດ, ພາກພື້ນ ແລະໃນໂລກ, ເລື່ອງເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາຂະແມ ແມ່ນນັບມື້ນັບຈໍາເປັນ.

leftcenterrightdel
ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ເຈືອງມິງຕ໋ວນ ກ່າວຄໍາເຫັນ, ຕີລາຄາສູງການພິທີເປີດສະເຫຼີມສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາຂະແມ. ພາບ: ຮວ່າງຮ່າ

ກ່າວຄໍາເຫັນທີ່ພິທີເປີດສະຫຼອງ, ທ່ານ ເຈືອງມິງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ເວົ້າວ່າ, ເລື່ອງເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາຂະແມ ແມ່ນເຫດການສໍາຄັນ ກົງກັບໂອກາດໜັງສືພິມກອງທັບປະຊາຊົນຫວຽດນາມ ສະເຫຼີມສະຫຼອງ 67 ປີແຫ່ງວັນໜັງສືພິມກອງທັບປະຊາຊົນຫວຽດນາມ ພິມຈໍາໜ່າຍສະບັບທໍາອິດ (20-10-1950 / 20-10-2017); ພ້ອມທັງເປັນຂີດໝາຍສໍາຄັນໃນການພັດທະ ນາໜັງສືພິມກອງທັບປະຊາຊົນຫວຽດນາມກາຍເປັນອົງການໜັງສືພິມຫຼາຍປະເພດ, ປະກອບສ່ວນໂຄສະນາເຜີຍແຜ່ຮູບພາບປະເທດຊາດ ແລະຊາວຫວຽດນາມ ກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້້ອສະໜິດຕິດພັນລະ ຫວ່າງສາມປະເທດຫວຽດນາມ-ລາວ-ກໍາປູເຈຍ; ພ້ອມທັງປະກອບສ່ວນສຶກສາອົບຮົມ, ຍົກສູງຄວາມຮັບຮູ້ໃຫ້ແກ່ຄົນຮຸ່ນໜຸ່ມກໍ່ຄືພະນັກງານ, ນັກຮົບ, ກໍາລັງປະ ກອບອາວຸດ ແລະປະຊາຊົນຫວຽດນາມ ກ່ຽວກັບຄວາມຮັບຜິດຊອບຮັກສາສາຍພົວພັນສາມັກຄີມິດຕະພາບອັນດີງາມລະຫວ່າງສາມປະເທດ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ເລຂາຄະນະພັກ, ຫົວໜ້າບັນນາທິການໃຫຍ່ໜັງສື ພິມກອງທັບປະຊາຊົນຫວຽດນາມກ່າວຄໍາເຫັນທີ່ພິທີເປີດສະຫຼອງ. ພາບ: ຮວ່າງຮ່າ

ກ່າວຄໍາເຫັນທີ່ພິທີເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມ ດ້ວຍພາສາລາວ ແລະພາສາຂະແມ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ຢືນຢັນວ່າ, ດ້ວຍຄວາມຮັບຜິດຊອບ, ກໍາລັງຄວາມອາດສາມາດ, ຄວາມສຸດຈິດສຸດໃຈ ແລະຄວາມເປັນກຽດຂອງບັນດານັກຂ່າວທີ່ເປັນນັກຮົບ, ນັກຮົບໃນແນວຮົບດ້ານແນວຄິດ, ວັດທະນະທໍາ ແລະນັກຮົບກອງທັບປະຊາຊົນຫວຽດນາມ, ໜັງສືພິມກອງທັບປະຊາຊົນຫວຽດນາມເວົ້າລວມ, ໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍພາສາລາວ, ພາສາຂະແມ ເວົ້າສະເພາະ ຈະສືບຕໍ່ສ້າງໜັງສືພິມໃຫ້ນັບມື້ນັບເຂັ້ມແຂງ, ປະກອບສ່ວນປະຕິບັດຄໍາສັ່ງສອນຂອງປະທານໂຮ່ຈິມິນສໍາລັບກອງ ທັບປະຊາຊົນຫວຽດນາມ ເປັນຢ່າງດີ “ກອງທັບປະຊາຊົນຫວຽດນາມຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ກຽມພ້ອມສູ້ຮົບເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ”, “ໜ້າທີ່ໃດກໍ່ປະຕິບັດສໍາເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ສັດຕູໂຕໃດກໍ່ຕີເອົາຊະນະ”.

leftcenterrightdel
ພິທີກົດປຸ່ມເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາຂະແມ. ພາບ: ຮວ່າງຮ່າ

ຈາກນັ້ນ, ບັນດາທ່ານ ເຈືອງມິງຕ໋ວນ, ທ່ານພົນຕີ ໂດ໋ກັນ, ທ່່ານພົນຈັດຕະວາ ຫງວຽນແມ້ງຮຸ່ງ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ຜູ້ຕາງໜ້າຄະນະໂຄສະນາສຶກສາສູນກາງ ແລະຜູ້ຕາງໜ້າຫ້ອງບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ໄດ້ກົດປຸ່ມເປີດສະຫຼອງໜັງສືພິມກອງທັບປະຊາຊົນຫວຽດນາມ ອອນລາຍ ເປັນພາສາລາວ ແລະພາສາຂະແມ ນໍາໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ ແລະພາສາ ຂະແມເຄື່ອນໄຫວຢ່າງເປັນທາງການ.

leftcenterrightdel
leftcenterrightdel
ທ່ານ ເຈືອງມິງຕ໋ວນ, ທ່ານພົນຕີ ໂດ໋ກັນ, ທ່ານຫວູມ໋າວ, ທ່ານພົນຈັດຕະວາ ຟ້າມວັນຮ໋ວນ ແລະບັນດາສະຫາຍຄະນະພັກ, ບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ຖ່າຍຮູບເປັນທີ່ລະນຶກກັບບັນດາຊ່ຽວຊານ ແລະບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ອອນລາຍ ພາສາລາວ ແລະພາສາຂະແມ. ພາບ: ຮວ່າງຮ່າ

ໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາລາວ (ດ້ວຍລະຫັດ: http://la.qdnd.vn) ມີ 11 ຄໍລໍາ: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາຍພົວພັນຫວຽດນາມ-ລາວ, ເສດຖະກິດ-ສັງຄົມ, ວັດທະນະທໍາ-ສຶກສາ-ກິລາ, ປະເທດຊາດ-ຜູ້ຄົນ, ຂ່າວຕ່າງປະເທດ, ປະຫວັດສາດ-ມູນເຊື້ອ, ລາຍການ Video, ລາຍການ Audio, ພາບສາລະຄະດີ. ສ່ວນໜັງສືພິມກອງທັບປະຊາຊົນຫວຽດນາມອອນລາຍ ເປັນພາສາຂະແມ (ດ້ວຍລະຫັດ: http://kh.qdnd.vn) ມີ 11 ຄໍລໍາ: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສາຍພົວພັນຫວຽດນາມ-ກໍາປູເຈຍ, ຂ່າວຕ່າງປະເທດ, ເສດຖະກິດ-ສັງຄົມ, ວັດທະນະທໍາ-ສຶກສາ-ທ່ອງທ່ຽວ, ກິລາ-ບັນເທີງ, ປະຫວັດສາດ-ມູນເຊື້ອ, ພາບສາລະຄະດີ, ລາຍການ Video, ລາຍການ Audio.

 

ແປໂດຍ: ຮວ່າງເຈື່ອງ