ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ສປປ ລາວ, ທ່ານ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 1 ໃຫ້ແຂວງເທື່ອທຽນເຫວ້ ຍ້ອນມີຜົນງານດີເດັ່ນ, ປະກອບສ່ວນໜູນຊ່ວຍໃຫ້ແຂວງສະຫວັນນະເຂດໃນການພັດທະນາພື້ນຖານໂຄງລ່າງ ແລະບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນໄລຍະຜ່ານມາ.

leftcenterrightdel
ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ແຂວງເທື່ອທຽນເຫວ້. ພາບ: baodautu.vn.

ຕາມທ່ານ ສັນຕິພາບ ພົມວິຫານ ແລ້ວ ຜົນງານນີ້ໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 41 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລາວ - ຫວຽດນາມ ແລະ 56 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ.

ຕາງໜ້າອົງຄະນະພັກ, ອຳນາດການປົກຄອງແຂວງເທື່ອທຽນເຫວ້, ທ່ານ ຟານງອັກເທາະ, ປະທານຄະນະກຳມະການປະຊາຊົນແຂວງເທື່ອທຽນເຫວ້ ຂອບໃຈພັກ, ລັດແຫ່ງ ສປປ ລາວ ໄດ້ປະດັບໃຫ້ແຂວງເທື່ອທຽນເຫວ້, ພ້ອມທັງຢືນຢັນວ່າ: ຫຼຽນໄຊແຮງງານຊັ້ນ I ເຊິ່ງພັກ, ລັດແຫ່ງ ສປປ ລາວ ໄດ້ປະດັບໃຫ້ແຂວງແມ່ນການຮັບຮູ້ຜົນງານໃນຮ່ວມມືຢ່າງມີປະສິດທິຜົນ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນໃນພາລະກິດສ້າງສາບ້ານເກີດເມືອງນອນ, ປະເທດລະຫວ່າງແຂວງເທື່ອທຽນເຫວ້ ແລະແຂວງສະຫວັນນະເຂດ.

ຕາມທ່ານ ຟານງອັກເທາະ ແລ້ວ, ນີ້ແມ່ນແຫຼ່ງກຳລັງໜູນເພື່ອໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຂົນແຂວງເທື່ອທຽນເຫວ້ ສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບລະຫວ່າງສອງປະເທດ ແລະສອງທ້ອງຖິ່ນໃນໄລຍະຈະມາເຖິງ.

ໂດຍ: ທູຮັ່ງ