ສິ່ງທີ່ “ດຶງດູດ” ແຂກທ່ອງທ່ຽວມາບ້ານ ກູ່ເລິ່ນ ບໍ່ພຽງແມ່ນທິວທັດທໍາມະຊາດ, ພູຜາປ່າໄມ້ທີ່ປະຖົມປະຖານເຖິງ 80 % ເທົ່ານັ້ນ ຫາກຍັງໄດ້ “ຈ່ອງດຶງ” ແຂກທ່ອງທ່ຽວໃຫ້ຢູ່ບ້ານ ກູ່ເລິ່ນ ຍ້ອນເລື່ອງຄວາມຮັກທີ່ເພີດເພີນຈິດເຕັມໄປດ້ວຍຄວາມຕື້ນຕັນໃຈອີກດ້ວຍ.

ພາຍຫຼັງຊື້ປີ້ຜ່ານເຂົ້າປະຕູ ແລະຍ່າງເຂົ້າໄປປະມານ 100 ແມັດ, ເມື່ອຫຼຽວເບິ່ງໄປເບື້ອງຂວາ, ແມ່ນທິວທັດທໍາມະຊາດທົ່ງຫຍ້າຂຽວອຸ່ມທຸ່ມ, ສະຫງົບສຸກຢູ່ທ່າມກາງໂນນພູ. ເບື້ອງຂວາແມ່ນຕະຫຼາດ ໂຈມຫົມ ໄດ້ວາງຂາຍເຄື່ອງທີ່ລະນຶກ. ຄຽງຂ້າງນັ້ນ, ຢູ່ໂນນພູສູງແມ່ນຂົງເຂດວັດທະນະທຳຂອງຊາວ ເກີຮໍ, ສະແດງບັນດາວັດຖຸພັນວັດທະທໍາອັນເກົ່າແກ່ ແລະບັນດາຜະລິດຕະພັນ ທີ່ເປັນເອກະລັກສະເພາະທີ່ສຸດຂອງຊາວ ໄຕຫງວຽນ ຜ່ານຫຼາຍຮຸ່ນຄົນ. ເບື້ອງຊ້າຍແມ່ນບັນດາຫຼັງຄາເຮືອນນ້ອຍດ້ວຍສວນດອກໄມ້ຫຼາກຫຼາຍສີສັນ. ທາງຂ້າງແມ່ນໜອງນ້ຳໃສໆ ແລະບໍ່ເຄີຍເຕັມບໍ່ເຄີຍແຫ້ງຈັກເທື່ອ.

leftcenterrightdel
ບ້ານກູ່ເລິ່ນ ຈາກມູມສູງ. ພາບ: ມາຍນັມຖັ໋ງ

ພາຍຫຼັງທີ່ຢ້ຽມຊົມ, ຊື້ເຄື່ອງຂອງ ແລະຖ່າຍຮູບເປັນທີ່ລະນຶກແລ້ວ, ແຂກທ່ອງທ່ຽວທັງໝົດລ້ວນແຕ່ເຕົ້າໂຮມຢູ່ຕໍ່ໜ້າເຮືອນ ຣົງ ແລະເຊື່ອມຕົວເຂົ້າກັບບັນດາບ່າວ, ສາວຊາວ ເກີຮໍ ທີ່ສວຍງາມ, ແຂງແຮງໃນບັນດາວາດຟ້ອນກອງ, ຄ້ອງ. ການດໍາເນີນຊີວິດ ວັດທະນະທໍາປະຊາຄົມທີ່ເປັນເອກະລັກສະເພາະໄດ້ດຶງດູດແຂກທ່ອງທ່ຽວມາແຕ່ໄກ.

ອາດຈະເວົ້າໄດ້ວ່າ, ໃນບັນດາສະຖານທີ່ທ່ອງທ່ຽວທີ່ເຕັມໄປດ້ວຍສີສັນວັດທະນະທໍາທັນສະໄໝນັ້ນ, ບ້ານ ກູ່ເລິ່ນ ຍັງຮັກສາໄດ້ບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ. ຍ້ອນແນວນັ້ນ, ບ້ານ ກູ່ເລິ່ນ ຍາມໃດກໍ່ດຶງດູດແຂກຢູ່ທຸກສາລະທິດມາພັກຜ່ອນບຳລຸງສຸຂະພາບ ແລະຊົມທິວທັດທໍາມະຊາດ.

 

ແປໂດຍ: ດັ້ງເກື່ອງ