ໃນພາກເປີດເລື່ອງ, CNN ຖືວ່າ, ຍ້ອນພູມມີປະເທດຄົດລ້ຽວ ແລະຝັ່ງທະເລຍາວຢຽດ, ຫວຽດນາມ ແມ່ນປະເທດທີ່ມີທັດສະນີຍະພາບທາງທຳມະຊາດທີ່ສວຍງາມ, ລຽບງ່າຍ ດ້ວຍສະຖາປັດຕະຍະກໍາຫຼາຍຮູບຫຼາຍແບບ. ມາທ່ອງທ່ຽວຫວຽດນາມ, ນັກທ່ອງທ່ຽວຈະໄດ້ສຳພັດກັບທັດສະນີຍະພາບທີ່ສວຍງາມ. ທັງໝົດສິ່ງເຫຼົ່ານັ້ນໄດ້ສ້າງປະເທດຫວຽດນາມ ມີເອກະລັກສະເພາະ ແລະເຕັມໄປດ້ວຍຄວາມດູດດື່ມ, ແມ່ນສະຖານທີ່ພັກຜ່ອນຂອງແຂກທ່ອງທ່ຽວຫຼາຍຄົນໃນທົ່ວໂລກ. ໃນຈໍານວນສະຖານທີ່ພົ້ນເດັ່ນ 30 ແຫ່ງ ເຊິ່ງເວັບໄຊການທ່ອງທ່ຽວຂອງ CNN ລົງພິມ, ແຕ່ລະສະຖານທີ່, ແຕ່ລະເຂດ, ພາກ ລ້ວນແຕ່ມີບັນດາຈຸດທີ່ເປັນເອກະລັກສະເພາະ.

leftcenterrightdel
ການເຄື່ອນໄຫວທີ່ຕະຫຼາດນໍ້າຢູ່ເກີ່ນເທີໂດຍ CNN ແນະນໍາໃນພາບສາລະຄະດີ. ພາບ: qdnd.vn.

ໜຶ່ງໃນບັນດາສະຖານທີ່ພັກຜ່ອນທີ່ຈັບອົກຈັບໃຈທີ່ສຸດນັ້ນແມ່ນ ເຫວ້. ຄືກັນກັບການພັນລະນາຂອງ CNN ວ່າ ຕັ້ງຢູ່ແຄມຝັ່ງແມ່ນ້ຳເຮືອງ ຂຶ້ນກັບພາກກາງຂອງ ຫວຽດນາມ, ເຫວ້ ເຄີຍເປັນເມືອງຫຼວງໃນສະໄໝ ລາດຊະວົງ ຫງວຽນ. ປະຈຸບັນສະຖານທີ່ແຫ່ງນີ້, ຍັງໄດ້ຮັບຖືວ່າແມ່ນສູນວັດທະນະທໍາປະຫວັດສາດຂອງຫວຽດນາມ ກັບບັນດາວັງໃນລາດຊະວົງ, ວິຫານບູຊາ ແລະໂຮງລະຄອນ. ເຫວ້ ຍັງໄດ້ຮູ້ຈັກເຖິງວ່າແມ່ນບັນດາສະຖານທີ່ທີ່ມີຊື່ສຽງຄືກັນກັບວັດ ທຽນມູ້, ສຸສານເຈົ້າຊີວິດ ຄ໊າຍດີ້ງ... ທັງໝົດລ້ວນແຕ່ນອນໃນບັນຊີລາຍຊື່ 30 ສະຖານທີ່ສວຍງາມທີ່ສຸດຢູ່ຫວຽດນາມ.

ໃນຂະນະນັ້ນ, ປ່າສະຫງວນແຫ່ງຊາດ ຟອງຍາ-ແກ້ບາງ ແມ່ນໜຶ່ງໃນບັນດາມໍລະດົກໂລກ ເຊິ່ງໄດ້ຮັບການຮັບຮອງຈາກອົງການ UNESCO ແລະໄດ້ຮັບຖືວ່າແມ່ນສວນສະຫວັນສໍາລັບບັນດາຜູ້ທີ່ມີຄວາມເມົາມົວໃນການສຳຫຼວດຖ້ຳ. ປ່າສະຫງວນແຫ່ງຊາດ ຟອງຍາ-ແກ້ບາງ ຍັງແມ່ນບ່ອນນັກທ່ອງທ່ຽວສາມາດຊອກເຫັນຖ້ຳເຊີນດ່ອງ, ເຊິ່ງຍັງເອີ້ນວ່າແມ່ນລະບົບຖ້ຳໃຫຍ່ທີ່ສຸດຢູ່ໃນໂລກ.

ເມື່ອມາຢ້ຽມຢາມ ຮ່າຢາງ, ສະຖານທີ່ທ່ອງທ່ຽວຍາກທີ່ຈະພາດໂອກາດນັ້ນແມ່ນພູພຽງຫີນ ດົ່ງວັນ-ສວນສາທາລະນະທໍລະນີ ສາດທົ່່ວໂລກ ຂອງ UNESCO. ອ້ອມແອ້ມນະຄອນ ຮ່າຢາງ ທີ່ສວຍງາມນີ້, ນັກທ່ອງທ່ຽວກໍ່ຈະມີກາລະໂອກາດພິຊິດຈອມພູມີອາຍຸ 550 ລ້ານປີ.

ແລະຖ້າຫາກວ່າມາຢ້ຽມຢາມທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ແນ່ນອນວ່າ ນັກທ່ອງທ່ຽວຕ້ອງຊອກຫາໄປເຖິງ ເກີ່ນເທີ, ເຊິ່ງແມ່ນໜຶ່ງໃນບັນດານະຄອນສວຍງາມທີ່ສຸດຢູ່ຂົງເຂດນີ້. ເກີ່ນເທີ ມີບັນດາທັດສະນີຍະພາບທີ່ສວຍງາມ, ບັນດາເຂດປ່າຊາຍເລນ ແລະຕະຫຼາດນໍ້າເຕັມໄປດ້ວຍສີສັນ.

ແນ່ນອນວ່າໃນບັນຊີລາຍຊື່ທີ່ CNN ເຕື້ອງເຖິງເຊິ່ງບໍ່ສາມາດຂາດໄດ້ບັນດາສະຖານທີ່ທີ່ມີຊື່ສຽງ ແລະລື້ງເຄີຍກັບນັກທ່ອງທ່ຽວສາກົນ, ໃນນັ້ນມີຄຸ້ມຖະໜົນເກົ່າ ໂຮ້ຍອານ, ຊາປາ, ເກາະ ຟູ໋ກວ໋ກ, ອ່າວ ຮ້າລອງ, ດ່າລາດ, ປ່າ ກຸກເຟືອງ, ລະບົບກະເຊົ້າລອຍຟ້າ ຢູ່ຍາຈາງ...

 

ແປໂດຍ: ເຈິ່ນຮວ່ຽນ