ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ລາວ; ທ່ານ ພັນຄໍາ ວິພາວັນ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາພັກປະຊາຊົນ ປະຕິວັດລາວ, ຮອງປະທານປະເທດ, ຫົວໜ້າຄະນະຈັດຕັ້ງພິທີສະເຫຼີມສະຫຼອງ; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ, ການນຳບັນດາແຂວງ, ນະຄອນໃນທົ່ວປະເທດລາວ; ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປປ ລາວ, ພ້ອມກັບຜູ້ຕາງໜ້າແຂວງເຊີນລາ ແລະແຂວງແທັງຮ໊ວາຂອງຫວຽດນາມ.

ວຽງໄຊ - ຄວາມເຊື່ອໝັ້ນຕໍ່ໄຊຊະນະ

ຍ້ອນມີລະບົບຖ້ຳທີ່ໜາແໜ້ນ, ພູເຂົາທຸລະກັນດານ, ວຽງໄຊໄດ້ຮັບເລືອກເປັນເຂດທີ່ໝັ້ນປະຕິວັດ, ແມ່ນບ່ອນທີ່ບັນດາການນຳລຸ້ນກ່ອນຂອງ ລາວ ໄດ້ເຄື່ອນໄຫວເພື່ອຊີ້ນຳການປະຕິວັດລາວ.

leftcenterrightdel
ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ກ່າວປາໄສທີ່ພິທີສະເຫຼີມສະຫຼອງ. ພາບ: qdnd.vn.

ທີ່ພິທີສະເຫຼີມສະຫຼອງ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ລາວ ຕາງໜ້າໃຫ້ຄະນະຈັດຕັ້ງໄດ້ລາຍງານກ່ຽວກັບວຽກງານກະກຽມ ແລະບັນດາການເຄື່ອນໄຫວມຸ່ງໄປເຖິງເຫດການສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ. ຕາມນັ້ນແລ້ວ, ມີບັນດາການເຄື່ອນໄຫວຕິດພັນກັບການສະເຫຼີມສະຫຼອງ 43 ປີ ວັນຊາດແຫ່ງ ສປປ ລາວ, 98 ປີແຫ່ງວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ພ້ອມກັບຫຼາຍເນື້ອໃນທີ່ມີຄວາມໝາຍ, ແທດຈິງ, ຄື: ງານວາງສະແດງຮູບພາບກ່ຽວກັບເຂດທີ່ໝັ້ນປະຕິວັດວຽງໄຊ ຢູ່ນະຄອນຫຼວງວຽງຈັນ; ການບູລະນະປະຕິສັງຂອນບັນດາກິດຈະກຳວັດທະນະທຳ, ປະຫວັດສາດໃນບໍລິເວນເມືອງວຽງໄຊ...

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ ຢືນຢັນວ່າ: ເຂດທີ່ໝັ້ນປະຕິວັດວຽງໄຊ ຕິດພັນກັບພາລະກຳຂອງປະເທດ ແລະການປະຕິວັດລາວ. ນີ້ເຄີຍແມ່ນບ່ອນນຳພາການປະຕິວັດ, ແມ່ນສັນຍາລັກເອກະລາດ, ອິດສະຫຼະພາບຂອງປະຊາຊົນລາວບັນດາເຜົ່າ. ເສີມຂະຫຍາຍມູນເຊື້ອວິລະຊົນຂອງບ້ານເກີດເມືອງນອນແຫ່ງການປະຕິວັດ, ຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນເມືອງວຽງໄຊ ມື້ນີ້ຕ້ອງຍຶດໝັ້ນເສັ້ນທາງສັງຄົມນິຍົມ, ຍົກສູງລັກສະນະພັກ, ຈິດໃຈຊາດ, ພັດທະນາເສດຖະກິດ-ສັງຄົມ, ຕິດພັນກັບການປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສູ້ຊົນສ້າງເມືອງວຽງໄຊ ໃຫ້ກາຍເປັນເມືອງທີ່ຮັ່ງມີ, ເຂັ້ມແຂງ.

ທີ່ພິທີສະເຫຼີມສະຫຼອງ, ທ່ານ ບຸນຍັງ ວໍລະຈິດ ໄດ້ປະດັບຫຼຽນໄຊຄຳເຊິ່ງແມ່ນລາງວັນອັນລ້ຳຄ່າທີ່ສຸດຂອງ ສປປ ລາວ ໃຫ້ແກ່ເມືອງວຽງໄຊ.

“ນະຄອນຕໍ່ຕ້ານ” ໃນປະຈຸບັນ

ຈາກນະຄອນຊຳເໜືອ ຂອງແຂວງຫົວພັນ ຂີ່ລົດໂອໂຕ ໄປຕາມທາງຫຼວງເລກ 6,  ເສ້ັນທາງທີ່ກຳລັງບູລະນະຍົກລະດັບ, ເປີດກວ້າງ, ໃນເວລາພຽງ 40 ນາທີເທົ່ານັ້ນ, ພວກຂ້າພະເຈົ້າໄດ້ມີໜ້າຢູ່ໃຈກາງເມືອງວຽງໄຊ. ປະຈຸບັນການສັນຈອນໄປມາມີຄວາມສະດວກກວ່າກ່ອນນີ້ຫຼາຍຍ້ອນວ່າທາງຄົມມະນາຄົມໄດ້ຮັບການລົງທຶນຍົກລະດັບ. ເສດຖະກິດ-ສັງຄົມຂອງເມືອງວຽງໄຊກໍ່ມີການພັດທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນເທື່ອລະກ້າວ”, ທ່ານ ຄຳ ຫອມມີໄຊ ຮອງເລຂາພັກເມືອງວຽງໄຊ ໄດ້ແບ່ງປັນກັບພວກຂ້າພະເຈົ້າຄືແນວນັ້ນ. ຕາມນັ້ນແລ້້ວ, ລະດັບການເຕີບໂຕເສດຖະກິດຂອງເມືອງວຽງໄຊໃນຊຸມປີມໍ່ໆມານີ້ບັນລຸປະມານ 10%/ປີ; ລາຍຮັບງົບປະມານປີ 2018 ບັນລຸ 130 ຕື້ກີບ; ອັດຕາສ່ວນຄອບຄົວທຸກຍາກຂອງເມືອງຫຼຸດລົງເຫຼືອປະມານ 7,18%; ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 5.700.000 ກີບ/ປີ.

ໃນຊຸມປີມໍ່ໆມານີ້, ເມືອງວຽງໄຊ ໄດ້ຮັບການລົງທຶນກໍ່ສ້າງລະບົບໄຟຟ້າ, ທາງ, ໂຮງຮຽນ, ສຸກສະລາຢ່າງຄົບຊຸດ. ພິເສດ, ໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງເມືອງ, ແຂວງໄດ້ຜັນຂະຫຍາຍຫຼາຍໂຄງການ, ຄື: ກໍ່ສ້າງຫໍວັດທະນະທຳ, ສະໜາມກິລາ, ທາງຄົມມະນາຄົມ... ໃນໄລຍະຈະມາເຖິງ, ແຂວງຫົວພັນສືບຕໍ່ຮຽກຮ້ອງການລົງທຶນເຂົ້າເມືອງວຽງໄຊ, ໃນນັ້ນຈະສຸມໃສ່ຂົງເຂດທ່ອງທ່ຽວປະຫວັດສາດ, ຊີວະພາບ, ກໍ່ສ້າງເມືອງໃຫ້ພັດທະນາຢ່າງຮອບດ້ານ, ສົມເປັນ “ນະຄອນຕໍ່ຕ້ານ” ຂອງການປະຕິວັດລາວ.

ການພົວພັນຢ່າງແໜ້ນແຟ້ນ, ການຮ່ວມມືຮອບດ້ານ

ແຂວງຫົວພັນຕິດກັບ 3 ແຂວງ ແທັງຮ໊ວາ, ເງະອານ ແລະເຊີນລາຂອງຫວຽດນາມ, ດ້ວຍເສັ້ນຊາຍແດນຍາວເກືອບ 600 km, ແມ່ນແຂວງທີ່ມີເສັ້ນຊາຍແດນຕິດກັບຫວຽດນາມ ຍາວທີ່ສຸດຂອງປະເທດລາວ. ກໍ່ເຊັ່ນດຽວກັບຫຼາຍທ້ອງຖິ່ນຂອງແຂວງຫົວພັນ, ໃນໄລຍະຜ່ານມາ, ເມືອງວຽງໄຊ ມີການພົວພັນຢ່າງແໜ້ນແຟ້ນ, ຮ່ວມມືຢ່າງຮອບດ້ານ ແລະໄດ້ຮັບການໜູນຊ່ວຍ, ຊ່ວຍເຫຼືອຫຼາຍຢ່າງຈາກບາງທ້ອງຖິ່ນຂອງຫວຽດນາມ, ໂດຍສະເພາະແມ່ນບັນດາເມືອງຂອງສອງແຂວງທີ່ແຮກສ່ຽວກັບແຂວງຫົວພັນນັ້ນແມ່ນແຂວງເຊີນລາ ແລະແຂວງແທັງຮ໊ວາ. ບັນດາເນື້ອໃນຮ່ວມມືຮອບດ້ານກ່ຽວກັບເສດຖະກິດ-ວັດທະນະທຳ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນບັນດາກິດຈະກຳວັດທະນະທຳ, ສຶກສາ, ຄົມມະນາຄົມ... ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນ.

ທ່ານ ຄຳ ຫອມມີໄຊ ຮອງເລຂາພັກເມືອງວຽງໄຊ  ເວົ້າວ່າ: ເຖິງວ່າຍັງພົບປະກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ບັນດາທ້ອງຖິ່ນຂອງແຂວງແທັງຮ໊ວາ, ເຊີນລາ ແລະບາງແຂວງຂອງຫວຽດນາມ ຍັງສະຫງວນແຫຼ່ງກຳລັງໜູນຊ່ວຍ ແລະຊ່ວຍເຫຼືອເມືອງວຽງໄຊ ກໍ່ສ້າງຫຼາຍກິດຈະກຳ, ຄື: ສູນວັດທະນະທຳເມືອງ, ໂຮງຮຽນສາມັນກິນນອນຊົນເຜົ່າ, ໂຮງຮຽນການເມືອງ, ໂຮງຮຽນອະນຸບານ, ຈັດສົ່ງບັນດາຄະນະພະນັກງານ, ທ່ານໝໍ ໄປກວດພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ... ບັນດາວຽກງານດັ່ງກ່າວຂອງປະຊາຊົນຫວຽດນາມ ເຮັດໃຫ້ອຳນາດການປົກຄອງ ແລະປະຊາຊົນທ້ອງຖິ່ນຮູ້ບຸນຄຸນ ແລະພາກພູມໃຈ. ໃນການຕໍ່ຕ້ານ, ວຽງໄຊແມ່ນເຂດທີ່ໝັ້ນປະຕິວັດ, ໄດ້ຮັບການຊ່ວຍເຫຼືອຫຼາຍຢ່າງຈາກປະຊາຊົນ ຫວຽດນາມ. ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດຕໍ່ການສົມທົບກັນຢ່າງແໜ້ນແຟ້ນ, ການຮ່ວມມືຮອບດ້ານລະຫວ່າງເມືອງວຽງໄຊ ແລະບັນດາທ້ອງຖິ່ນຂອງຫວຽດນາມ, ປະກອບສ່ວນເພີ່ມທະວີ, ປັບປຸງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.

ໂດຍ: ແສງເດືອນ